ໃນວັນທີ 7 ເມສານີ້ ຢູ່ຫ້ອງ ຕຳຫຼວດ ປກສ ນະຄອນຫຼວງ
ວຽງຈັນເຈົ້າໜ້າ ທີ່ໄດ້ອບລົດ ຄືນໃຫ້ກັບເຈົ້າຂອງເດີມພາຍຫຼັງ ຖືກກຸ່ມຄົນບໍ່ດີລັກໄປຄື:
ລົດໂຕ ໂຍຕ້າ ໄຮລັກ ສີດຳ ບໍ່ມີປ້າຍ ຊຶ່ງຖືກຄົນຮ້າຍລັກໄປໃນວັນທີ 26 ກຸມພາ 2014 ແລະ ລົດ
ຮຸນໄດ ຄືນ ໃຫ້ກັບເຈົ້າຂອງຊຶ່ງເປັນປະຊາ ຊົນຢູ່ບ້ານໂພນພະເນົາ ຊຶ່ງ ຖືກເສຍຫາຍໃນໄລຍະຕົ້ນປີນີ້.
ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ ວ່າ: ປັດຈຸບັນຂະບວນລັກລົດ
ໃຫຍ່ກຳລັງເກີດ ຂຶ້ນຫຼາຍໃນສັງຄົມຊຶ່ງນັບແຕ່ຕົ້ນປີມານີ້ມີ ລົດ ໃຫຍ່ເສຍກວ່າ 10 ຄັນ ຊຶ່ງທາງເຈົ້າໜ້າທີ່ສາມາດຈັບຕົວຜູ້ຕ້ອງຫາໄດ້ຈຳ ນວນໜຶ່ງ,
ເຄື່ອນໄຫວລັກລົດໄປຂາຍຢູ່ຕ່າງ ແຂວງແລ້ວຫຼາຍຄັນ ແລະ ປັດຈຸບັນທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມນຳຈັບຕົວ ຜູ້ຮ່ວມຂະບວນການດັ່ງກ່າວມາດຳເນີນຄະດີ ໃຫ້ໄດ້.

No comments:
Post a Comment