ປກສ ນະຄອນຫລວງວຽງຈັນ ໄດ້ມີຫລາຍຂໍ້ຫ້າມບໍ່ໃຫ້ສັງຄົມປະພຶດໃນໄລຍະສະຫລອງເທດສະການປີໃໝ່ນີ້,
ຫລັງຈາກແຕ່ລະປີຜ່ານມາເຫັນວ່າຍັງປາກົດເຫັນຄົນຈຳນວນໜຶ່ງມີການປະພຶດບໍ່ເໝາະສົມເຮັດໃຫ້ເສື່ອມເສຍຕໍ່ຮີດຄອງປະເພນີ,
ຊັບສິນ ແລະ ຊີວິດ.
ສຳລັບຂໍ້ຫ້າມມີຄື ຫ້າມນຳໃຊ້ທາດລະເບີດ,
ທາດແຕກ, ທາດເບື່ອເຄມີ, ທາດກຳມະລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບຈິດ ແລະ
ເປັນຜົນລົບຕໍ່ຄວາມສະ ຫງົບເປັນລະ ບຽບຮຽບຮ້ອຍທາງສັງຄົມ, ບໍ່ໃຫ້ໃຊ້ນ້ຳເປິະເປື້ອນ,
ນ້ຳສີ, ນ້ຳຄັນຄາຍ, ນ້ຳ ກ້ອນໃສ່ຖົງຢາງຫົດ ຫລື ແກ່ວງໃສ່ກັນ, ບໍ່ໃຫ້ນຸ່ງເຄື່ອງຍົ້ວຍວນສັ້ນເຂີນ,
ຫລິ້ນການພະນັນ ແລະ ຫລິ້ນ ທ່ຽວແບບລາມົກອານາຈານຢ່າງເດັດຂາດ, ບັນດາຮ້ານທຸລະກິດບັນເທີງ-ກິນດື່ມຕ້ອງບໍລິການໃນຂອບເຂດອະນຸຍາດເຖິງເວລາ
23:00 ໂມງ ຕ້ອງປິດບໍລິການຢ່າງເດັດຂາດ ແລະ ເດັດຂາດບໍ່ລົງຫລິ້ນຢູ່ຫາດຊາຍນ້ຳຂອງທີ່ບໍ່ໄດ້ຮັບອະນຸຍາດຈາກທາງການ
ຫລື ບ່ອນທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາຄວາມສະຫງົບ-ປອດໄພ, ທັງນີ້ກໍເພື່ອຫລີກເວັ້ນຕໍ່ສິ່ງບໍ່ເພິ່ງປາດຖະໜາເກີດຂຶ້ນ.
ນອກຈາກນີ້ ກໍຫ້າມຂັບຂີ່ລົດເປັນພຶງເປັນແພ, ແລ່ນລົດໄວເກີນຂອບເຂດ, ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະທຸກປະເພດຕາມຖະ
ໜົນ, ຫ້າມໃຊ້ລົດໃຫຍ່ບັນຈຸຖັງນ້ຳ, ຄຸນ້ຳເລາະຫົດຕາມເສັ້ນທາງ ແລະ ຫ້າມໃຊ້ທໍ່ຢາງຕໍ່ນ້ຳອອກມາຈາກເຮືອນ
ເພື່ອຫົດຕາມແຄມທາງ. ນອກ ຈາກນີ້ ກໍຫ້າມຫົດນ້ຳໃສ່ເຈົ້າໜ້າທີ່ພວມປະຕິບັດໜ້າທີ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ
ແລະ ສະຖານທີ່ຕ່າງໆ ເຊິ່ງຜູ້ໃດຫາກລະເມີດຂໍ້ຫ້າມທີ່ກ່າວມານີ້ແມ່ນຈະຖືກສຶກສາອົບຮົມ
ແລະ ດຳເນີນມາດຕະການດ້ານລະບຽບກົດໝາຍຕາມສະຖານຄວາມຝ່າຝືນ.
ອ່ານທຳອິດຄິດວ່າແມ່ນສິ່ງທີ່ຫ້າມບໍ່ໃຫ້ຕຳຫລວດປະພຶດ - -'
ReplyDelete