Ad

Ad

5 February 2016

ລາວ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 20 ຂອງ​ຄະນະ​ກຳມາ​ທິການ​ລະວຫ່ວາງ​ລັດຖະ​ບານ​ອາ​ຊຽນວ່າ​ດ້ວຍ​ສິດທິ​ມະນຸດ

ກອງປະຊຸມຄັ້ງທີ 20 ຂອງຄະນະກຳມາທິການລະວຫ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດໄຂຂື້ນໃນລະຫວ່າງວັນທີ 4 – 5 ກຸມພານີ້,​ ຢູ່ນະຄອນຫຼວງວຽງຈັນ,​ ໂດຍການເປັນປະທານຂອງທ່ານ ພູໂຂງ ສີສຸລິດ  ຫົວໜ້າກົມສົນ ທິສັນຍາແລະ ກົດໝາຍ​, ກະຊວງການຕ່າງປະເທດ, ​ເປັນຕົວແທນໃຫ້ລັດຖະບານລາວ, ທັງເປັນຄະນະກຳມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ມີຕົວແທນລັດຖະບານບັນດາປະເທດອາຊຽນ, ພ້ອມດ້ວຍຮອງເລຂາທິການ​​ໃຫຍ່ອາຊຽນເຂົ້າຮ່ວມນຳດ້ວຍ.

ທ່ານ ປະທານກອງປະຊຸມກ່າວວ່າ: ນີ້ເປັນກອງປະຊຸມສະ​​ໄໝສາມັນຄັ້ງທຳອິດຂອງຄະນະກຳມາທິການລະຫ່ວາງລັດຖະບານອາຊຽນວ່າດ້ວຍສິດທິມະນຸດໃນປີ 2016, ​ກອງປະຊຸມຈະໄດ້ປຶກສາຫາລື​​ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກສິດທິມະນຸດໃນໄລຍະຜ່ານມາຂອງປັນດາປະເທດອາຊຽນດ້ວຍກັນ, ພ້ອມທັງກະກຽມການຈັດຕັ້ງປະຕິບັດແຜນວຽກ 5 ປີຕໍ່ໜ້າ (2016-2020,) ໂດຍສະເພາະແມ່ນບັນດາໜ້າວຽກບູລິມະສິດໃນປີ 2016 ຂອງຄະນະກຳມາທິການລະຫ່ວາງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ຊຶ່ງເປັນຂໍລິເລີ່ມຂອງບັນດາປະເທດສະມາຊິກໃນການຈັດສຳມະນາແລະເຮັດບົດສຶກສາຄົ້ນຄ້ວາກ່ຽວກັບສິດໃນການສຶສາ, ສິດໃນການມີຊີວິດ, ລະບົບຍຸຕິທຳສຳລັບເດັກ,​ ສິດທິມະນຸດແລະ ການຕ້ານການຄ້າມະນຸດຢູ່ອາຊຽນ, ຄວາມຮັບຜິດຊອບຂອງບໍລິສັດຕໍ່ສັງຄົມ, ສື່ມວນຊົນແລະ ຫົວຂໍ້ອື່ນໆ. ພ້ອມນັ້ນກອງປະຊຸມ​​ຍັງຈະ​​ໄດ້ປຶກສາຫາລືການກະກຽມແຜນບູຸລີມະສິດສຳລັບປີ 2017 ​ແລະ ບົດລາຍງານປະຈຳປີ 2016 ຂອງຄະນະກຳມາທິການລະຫ່ວາງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ​ເພື່ອນຳສະເໜີກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ່ 49 ຊຶ່ງຈະຈັດຂື້ນໃນໄວໆນີ້,​ ພ້ອມວາງທິດທາງໃນອະນາຄົດກ່ຽວກັບວຽກງານສິດທິມະນຸດດັ່ງກ່າວ.

ທ່ານປະທານກອງປະຊຸມໃຫ້ຮູ້ວ່າ: ຄະນະກຳມາທິການລະຫ່ວາງຖະບານອາຊຽນວ່າດ້ວຍສິດທິມະນຸດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຕາມກົດບັດອາຊຽນ, ຊຶ່ງແຕ່ລະປະເທດອາຊຽນ​​ຈະຕ້ອງໄດ້ແຕ່ງຕັ້ງຜູ້ຕາງໜ້າຂອງຕົນໄປປະຈຳຢູ່ຄະນະກຳມາທິການດັ່ງກ່າວ, ຊຶ່ງເປັນອົງການຫຼັກຂອງອາຊຽນໃນການສົ່ງເສີມການຮ່ວມມືດ້ານສິດທິມະນຸດໃນການສ້າງປະຊາຄົມອາຊຽນບົນພື້ນຖານຈຸດພິເສດອງພາກພື້ນ ​​ແລະ ຂອງແຕ່ລະປະເທດ.

No comments:

Post a Comment