Ad

Ad

5 February 2016

ການບິນ​ລາວ​ໄດ້​ຮັບ​ໃບ​ຢັ້ງຢືນ​ມາດຕະຖານດ້ານ​ຄວາມ​ປອດ​ໄພ​ສາກົນ

           ພິທີມອບ-ຮັບໃບຢັ້ງຢືນມາດຕະຖານສາກົນດ້ານຄວາມປອດໄພຂອງສາຍການບິນລາວລະຫວ່າງທ່ານ ດຣ ສົມພອນ ດວງດາຣາ ອໍານວຍການໃຫຍ່ລັດວິສາຫະກິດການບິນລາວແລະ ທ່ານແບຣ ຄາວ ຮອງປະທານສະມາຄົມການບິນສາກົນ (IATA), ​ໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້, ທີ່ສໍານັກງານໃຫຍ່ລັດວິສາຫະກິດດັ່ງກ່າວ, ນະຄອນຫລວງວຽງຈັນ, ​ມີທ່ານລັດຖະມົນຕີວ່າການກະຊວງ​​ໂຍທາທິການແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
           ການບິນລາວໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພຈາກສະມາຄົມການຂົນສົ່ງທາງ
ອາກາດສາກົນໂດຍຜ່ານການກວດກາລະບົບການຄຸ້ມຄອງແລະໃຫ້ບໍລິການຂອງສາຍການບິນ​,ລັດວິສາຫະກິດການບິນລາວເປັນສາຍການບິນທຳອິດຂອງປະເທດທີ່ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ໃນການຈົດທະບຽນເຂົ້າເປັນສະມາຊິກ IOSA.ຜົນສຳເລັດດັ່ງກ່າວແມ່ນໄດ້ມາໂດຍຜ່ານການປະເມີນມາດຕະຖານຄວາມປອດໄພຫລາຍກວ່າ 900 ຄຳຖາມແລະ ນອນຢູ່ໃນ 8 ພື້ນຖານຂອງການປະຕິ ບັດການບິນ, ຊຶ່ງລວມມີວຽກງານກ່ຽວກັບການບໍລິຫານຈັດການ​, ວຽກງານການຈັດຕັ້ງ, ການປະຕິບັດງານຂອງພະນັກງານເຕັກນິກແລະ ນາຍຊ່າງ,ວຽກງານບໍລິການພາກພື້ນດິນແລະ ການຮັກສາຄວາມປອດໄພສາຍການບິນ.
           ຜົນສຳເລັດດັ່ງກ່າວໄດ້ຊ່ວຍໃຫ້ການບິນລາວສາມາດບໍລິຫານຈັດການລະບົບມາດຕະຖານຄວາມປອດໄພໃນການໃຫ້ບໍລິການ,ການກວດກາທີ່ດີແລະ ມີປະສິດທິພາບ, ຄຽງຄູ່ກັບການເຕີບໃຫຍ່ທາງດ້ານທຸລະກິດແລະ ໃບຢັ້ງຢືນມາດຕະຖານຄວາມປອດໄພຈາກສະມາຄົມການຂົນສົ່ງທາງອາກາດສາກົນແມ່ນເປັນທີ່ຮັບຮູ້ໃນລະດັບສາກົນແລະ ລັດວິສາຫະກິດການບິນລາວໄດ້ໃຫ້ສັດຕະ ຍາບັນວ່າຈະສືບຕໍ່ດຳເນີນທຸລະກິດການບິນຮັບໃຊ້ຜູ້ໂດຍສານດ້ວຍຄວາມຖືກຕ້ອງ, ປອດໄພແລະ ສາ ມາດໃຫ້ຄວາມໄວ້ວາງໃຈໄດ້ພາຍໃຕ້ລະບຽບຂອງ IOSA ຢ່າງເຄັ່ງຄັດ.
            ໃນເດືອນເມສາ 2015 ໜ່ວຍງານປະເມີນຜົນຄວາມປອດໄພຂອງອົງການການບິນພົນລະເຮືອນສາກົນ (ICAO) ​ໄດ້ລົງກວດກາກົມການບິນພົນລະເຮືອນຂອງລາວແລະໄດ້ຮັບຄະແນນສະເລ່ຍ 73% ​ໃນຄວາມສາມາດປະຕິບັດໄດ້ຕາມຂໍ້ກຳນົດ​ ​ແລະ ກົດລະບຽບຂອງອົງການການບິນພົນລະເຮືອນສາກົນ.
           ທ່ານອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ມີຄໍາເຫັນວ່າ: ຜົນສຳເລັດຂອງການໄດ້ຮັບໃບຢັ້ງຢືນມາດຕະຖານຄວາມປອດໄພຈາກອົງການຂົນສົ່ງທາງອາກາດສາກົນໄດ້ສະແດງເຖິງຜົນສຳເລັດພົ້ນເດັ່ນທາງດ້ານຄວາມປອດໄພຂອງລັດວິສາຫະກິດການບິນລາວ, ເຊິ່ງຈະສ້າງຄວາມເຊື່ອໝັ້ນແລະ ຄວາມໄວ້ວາງໃຈໃຫ້ກັບລູກຄ້າກໍຄືຜູ້ໂດຍສານທີ່ມາໃຊ້ບໍລິການ​​ໄດ້ເປັນຢ່າງດີ.

          ປັດຈຸບັນລັດວິສາຫະກິດການບິນລາວນຳໃຊ້ເຮືອບິນຊະນິດແອບັສ A320-214 ຈຳນວນ 4 ລຳແລະເຮືອບິນຊະນິດອາເຕແອ້ ATR72-500 ​ແລະ 600 ຈຳນວນ 7 ລຳ,ມີເສັ້ນທາງບິນພາຍ​​​ໃນ 6 ​ເສັ້ນທາງແລະເສັ້ນທາງບິນຕ່າງປະເທດ 15 ​ເສັ້ນທາງບິນໃນຂົງເຂດອາຊີ. ຄຽງຄູ່ກັບຜົນສຳເລັດທີ່ໄດ້ຮັບໃນຄັ້ງນີ້ລັດວິສາຫະກິດການບິນລາວຍັງມີແຜນການທີ່ຈະເພີ່ມເສັ້ນທາງບິນທັງພາຍໃນແລະ ຕ່າງປະເທດຕື່ມອີກໃນຕໍ່ໜ້າ.

No comments:

Post a Comment