Ad

Ad

5 February 2016

ປື້ມປະມວນພາບສະຫລອງ ສປປ ລາວ ຄົບຮອບ 40 ປີຖືກຈັດພີມຢ່າງສວຍງາມ​ໂດຍ​ສຳນັກງານ​ຂ່າວສານ​ປະ​ເທດ​ລາວ

ສໍານັກຂ່າວສານປະເທດລາວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໄດ້ນໍາສະເໜີປຶ້ມປະມວນພາບພິທີສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ (2 ທັນວາ1975 – 2 ທັນວາ 2015), ພາຍຫລັງສໍາເລັດການຈັດພີມຢ່າງສວຍງາມໃນຊຸດທໍາອິດຈໍານວນ 5 ພັນເຫລັ້ມ.
ຄະນະຈັດພິມໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບການຊີ້ນໍາຈາກພັກ ແລະ ລັດຖະບານກໍຄືຄະນະນໍາກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນການຈັດພິມປື້ມດັ່ງກ່າວເພື່ອເປັນການເກັບພາບແຫ່ງຄວາມຊົງຈໍາທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ
ເຮົາ, ເຖິງວ່າຈະບໍ່ສາມາດ ນໍາເອົາພາບ, ຂໍ້ມູນ ແລະ ເຫດການທັງໝົດມາລົງພິມໄດ້ໝົດກໍຕາມ, ແຕ່ຫວັງວ່າຮູບພາບ ແລະ ຂໍ້ມູນທີ່ຖືກນໍາສະເໜີຜ່ານປື້ມເຫລັ້ມນີ້ຈະຢູ່ໃນຄວາມຊົງຈໍາຂອງປະຊາຊົນລາວຕະຫລອດໄປ, ຊຶ່ງໄດ້ຮວບຮວມເອົາບັນດາຮູບພາບການສ້າງສາພັດທະນາປະເທດຊາດ, ສະຖານທີ່ທ່ອງທ່ຽວສໍາຄັນທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ, ການເຄື່ອນໄຫວຂອງບັນດາຜູ້ນໍາພັກ-ລັດ, ການເຕີບໃຫຍ່ຂະຫຍາຍຂອງກໍາລັງປະກອບອາວຸດ ແລະ ບັນດາຜົນງານຂອງຂະແໜງການຕ່າງໆຂອງອົງການຈັດຕັ້ງພັກ-ລັດ ທີ່ຍາດມາໄດ້ຕະຫລອດໄລຍະ 40 ປີ ຜ່ານມາ, ລວມເຖິງຄວາມສາມັກຄີຮັກ ແພງເປັນປຶກແຜ່ນແໜ້ນໜາຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດທີ່ມີແຕ່ຄວາມເບີກບານສົດໃສໄດ້ຍຸທາງທໍາມາຫາກິນເພື່ອປັບປຸງຊີວິດການເປັນຢູ່ຂອງ​ຕົນໃຫ້ນັບມື້ດີຂຶ້ນ ແລະ ຜູ້ທີ່ສົນໃຈຢາກໄດ້ປື້ມດັ່ງກ່າວມາເກັບໄວ້ເປັນທີ່ລະນຶກສາມາດພົວພັນສໍານັກຂ່າວສານປະເທດລາວໄດ້ຕາມໂມງລັດຖະການ.

No comments:

Post a Comment