Ad

Ad

5 February 2016

ນະຄອນຫລວງຈະເລີ່ມປະຕິບັດມາດຕະການປັບໄໝຜູ້ລະເມີດລະບຽບຈະລາຈອນຂຶ້ນເປັນ 10 ເທົ່າ

           ​ເຊົ້າວັນທີ 4 ກຸມພາຜ່ານມານີ້, ຢູ່ຕາມຖະໜົນເສດຖາທິລາດເຈົ້າໜ້າທີ່ຈະລາຈອນ​ ​ເມືອງຈັນທະບູລີ ສົມທົບກັບ ຈະລາຈອນ ນະຄອນຫລວງວຽງຈັນ, ໄດ້​​ນຳ​​ໃຊ້ລົດເຄນມາຍົກເອົາລົດໃຫຍ່ຫລາຍສິບຄັນ ທີ່ຈອດຢ່າງຊະຊາຍລຽບຕາມສາຍທາງດັ່ງກ່າວເຊິ່ງເປັນເຂດຫ້າມຈອດລົດທຸກຊະນິດ, ພ້ອມຍັງເປັນການລ່ວງລະເມີດລະບຽບຈະລາຈອນອີກດ້ວຍ.

             ​ເຈົ້າໜ້າທີ່ ຈະລາຈອນ ໃຫ້ຮູ້ວ່າ: ອີງຕາມມະຕິຕົກລົງຂອງ​​ເຈົ້າຄອງນະຄອນຫລວງວຽງຈັນ ທີ່ໄດ້ເລີ່ມປະກາດໃຊ້ຢ່າງເປັນທາງການ, ນັບແຕ່ຕົ້ນເດືອນພະຈິກ 2015 ​ເປັນຕົ້ນມາ, ໂຄງການວຽງຈັນສະອາແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ​ເຄຫາສະຖານ, ພາ ຫະນະຂົນສົ່ງ,
ສາທາລະນຸປະໂຫຍ, ​ໂຮງຈັກໂຮງງານ, ການບໍລິໂພກນ້ຳແລະ ທ້ອງຟ້າ​ ​ໃຫ້ມີຄວາມສະອາດຈົບງາມດີ ຕາມມາດຖານວ່າ: ຫ້າມນຳໃຊ້ລະບຽງທາງຂອງຖະໜົນຫລວງແຫ່ງຊາດ, ​ເສັ້ນທາງໃຫຍ່, ກາງ, ທາງຄົນຍ່າງ​​ໃນຕົວເມືອງແມ່ນບໍ່ໃຫ້ມີສິ່ງກີດຂວາງຢ່າງເດັດຂາດແລະ ສະເພາະຢູ່ໃຈກາງນະຄອນຫລວງວຽງຈັນ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ 21 ​ເສັ້ນທາງ​​ເຊັ່ນ: ຖະໜົນສຸພານຸວົງ-ຖະໜົນຫລວງພະບາງ (ສາມແຍກສີ​​ໄຄ-​ໄຟແດງວັດອິນແປງ), ຖະໜົນເສດຖາທິລາດ, ຖະໜົນສາມແສນໄທ, ຖະໜົນຟ້າງຸ່ມ, ຖະໜົນລ້ານຊ້າງ, ຖະໜົນອາຊຽນ, ຖະໜົນກຳແພງເມືອງແລະ ຖະໜົນອື່ນໆ, ພ້ອມນີ້ ຍັງຈະໄດ້ປັບໄໝຜູ້ທີ່ຈອດລົດຢູ່ເຂດຕ້ອງຫ້າມເປັນສິບເທົ່າຕົວຂອງມູນຄ່າການປັບໄໝ​​ເຊັ່ນ: ລົດຈັກ 30 ພັນກີບ ຄູນ 10 ​ເທົ່າກັບ 3 ​ແສນກີບຕໍ່ຄັ້ງ, ລົດສາມລໍ້ຕິດເຄື່ອງຈັກ 50 ພັນກີບ ຄູນ 10 ​ເທົ່າກັບ 5 ​ແສນກີບຕໍ່ຄັ້ງ, ລົດເບົາ ປະເພດເກັງ, ກະບະ, ຈິບແລະ ລົດຕູ້ 70 ພັນກີບ ຄູນ 10 ​ເທົ່າກັບ 7 ​ແສນກີບຕໍ່ຄັ້ງ, ລົດໂດຍສານ 4 ລໍ້ 1 ​ແສນກີບເປັນ 1 ລ້ານກີບຕໍ່ຄັ້ງ, ລົດບັນທຸກ 6 ລໍ້ ຈາກ 150.000 ກີບເປັນ 1,5 ລ້ານກີບຕໍ່ຄັ້ງແລະ ລົດບັນທຸກ 10 ລໍ້ຂຶ້ນໄປ 2 ​ແສນກີບເປັນ 2 ລ້ານກີບຕໍ່ຄັ້ງ. ​ໃນເບື້ອງຕົ້ນເຈົ້າໜ້າທີ່ ຈະໄດ້ນຳກຸນແຈມາລ໋ອກລໍ້ລົດໄວ້ເພື່ອເປັນການຕັກເຕືອນແລະ ປັບໄໝຕາມລະບຽບການ, ​ແຕ່ເມື່ອຜູ້ລະເມີດບໍ່​​ເຂັດຫລາບແລະ ຍັງຈອດລົດຊະຊາຍຕາມເສັ້ນທາງຕ່າງໆແມ່ນຈະໄດ້ໃຊ້ມາດຕະການຂັ້ນເດັດຂາດຄື: ​ນຳເອົາລົດເຄນມາຍົກລົດຂອງຜູ້ລະເມີດລະບຽບຕ່າງໆເພື່ອນຳໄປຮັກສາໄວ້ຢູ່ຫ້ອງການຈະລາຈອນ​​ແຕ່ລະເມືອງຫລື ນະຄອນບານຕາມຄວາມເໝາະສົມ​, ພ້ອມທັງປັບໄໝ 10 ​ເທົ່າ ດັ່ງທີ່ໄດ້ກຳນົດໄວ້ຕາມມະຕິຄຳສັ່ງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນວາງອອກຢ່າງເຂັ້ມງວດ.

No comments:

Post a Comment