Ad

Ad

5 February 2016

ເຂົ້າສານໜຽວ ແລະ ໃບຕອງ ຂາຍດີໃນຊ່ວງນີ້

ນັກຂ່າວພວກເຮົາໄດ້ລົງຕິດຕາມບັນຍາກາດການຊື້ຂາຍສິນຄ້າຢູ່ທ້ອງຕະຫລາດໃຫຍ່ຫລາຍແຫ່ງໃນຕົວເມືອງເມື່ອວັນທີ 4 ກຸມພານີ, ປາກົດວ່າມີບັນຍາກາດຄືກຄື້ນດີຫລາຍສົມຄວນ, ໂດຍສະ ເພາະສນຄ້າປະເພດອຸປະໂພກ-ບໍລິໂພກທີ່ນິຍົມກັນຫລາຍໃນຊ່ວງໄລຍະເທດສະການປີໃໝ່ປະຈໍາຊາດຂອງຊາວຫວຽດນາມ ແລະ ຊາວຈີນເປັນຕົ້ນ: ເຂົ້າ, ຊີ້ນໝູ, ໄກ່, ຂະໜົມມຶດເຕັດຊຶ່ງເປັນອັນຂາດບໍ່ໄດ້ໃນເທດສະການບຸນດັ່ງກ່າວ. ພິເສດເຂົ້າສານໜຽວ, ໝາກຖົ່ວຂຽວ ແລະ ໃບຕອງຈິງເຊິ່ງແມ່ນວັດຖຸດິບສ່ວນປະກອບສໍາຄັນສໍາລັບການເຮັດເຂົ້າຕົ້ມ, ແມ່ນຍັງຂາຍດີແລະມີຄວາມຕ້ອງການສູງຄືດັ່ງທຸກໆປີຜ່ານມາ ແລະ ສ່ວນລາຄາກໍຍັງເຫັນວ່າຢູ່ໃນເກນປົກກະຕິຄື: ເຂົ້າໜຽວນາປີ, ມີ
ລາຄາ 8000 ກີບຕໍ່ກິໂລ, ເຂົ້າໜຽວບ້ານໂດນກິໂລລະ 9000 ກີບ, ເຂົ້າໄກ່ນ້ອຍກິໂລລະ 9000 ກີບ, ສ່ວນເຂົ້າ ຈ້າວແມ່ນມີລາຄາແຕ່ 8000-1.1000 ຕໍ່ກິໂລ. ສໍາລັບໃບຕອງຈິງກໍມີລາຄາ 10.000 ກີບຕໍ່ໜຶ່ງມັດມີປະມານ 50-60 ​ໃບ.​ ສ່ວນເຂົ້າຕົ້ມໃຫຍ່ມີນ້ຳໜັກປະມານ 500 ກຣາມອັນໜຶ່ງກໍຈະມີລາຄາແຕ່ 40-50 ພັນກີບ, ທີມີວາງຂາຍຢູ່ຕາມທ້ອງຕະຫຼາດເພື່ອຜູ້ສົນໃຈຢ່າກຊີມລົດຊາດຂອງມັນ.

           ສ່ວນສີນຄ້າປະເພດອື່ນໆກໍເຫັນວ່າຍັງຢູ່ໃນເກນປົກຕິ ແລະ ບໍ່ມີການສວຍໂອກາດຂຶ້ນລາຄາສີນຄ້າໂດຍລຳພັງ, ຊຶ່ງອາດເປັນຍ້ອນພາກສ່ວນກ່ຽວຂ້ອງໄດ້ ມີການຕິດຕາມຄວບຄຸມລາຄາສີນຄ້າຕາມທ້ອງຕະຫລາດຢ່າງໃກ້ຊິດແລະເຂັ້ມງວດກ່ວາເກົ່າ.

No comments:

Post a Comment