Ad

Ad

5 February 2016

ອຸນຫະພູມຈະຫລຸດລົງອີກ 4-6 ອົງສາ ໃນລະຫວ່າງວັນທີ 5-8 ກຸມພານີ້

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ມວນອາກາດທີ່ໜາວເຢັນຈາກ ປະເທດຈີນ ໄດ້ເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ລາວ ແລະ ສົມທົບກັນລົມມໍລະສຸມຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ໃນໄລຍະວັນທີ 5-8 ກຸມ ພານີ້, ເຊິ່ງເຮັດໃຫ້ອຸນຫະພູມອາກາດຈະໜາວເຢັນລົງ ຕື່ມອີກ 4-6 ອົງສາ ໃນແຕ່ລະພາກພ້ອມມີຝົນຕົກໃນລະດັບຄ່ອຍ, ໂດຍສະເພາະເຂດ ພູສູງ, ພູດອຍ, ບັນດາແຂວງພາກເໜືອ, ໄຊສົມບູນ, ເມືອງດາກຈຶງ ແລະ ເຂດພູພຽງບໍລິ ເວນປາກຊ່ອງອາກາດຈະໜາວເຢັນຫລາຍ, ສະເພາະເຂດພາກກາງ ແລະ ພາກໃຕ້ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

          ຕາມການຄາດຄະເນສະພາບອຸນຫະພູມຢູ່ບັນດາແຂວງຕ່າງໆເຊັ່ນ: ແຂວງຜົ້ງສາລີ ອຸນຫະພູມຕ່ຳສຸດ 6-8 ອົງສາ, ແຂວງຫົວພັນ 3-5 ອົງສາ, ແຂວງຊຽງຂວາງ 3-5 ອົງ ສາ, ອຸດົມໄຊ 6-8 ອົງສາ, ບໍ່ແກ້ວ 10-12, ຫລວງນ້ຳທາ 7-9 ອົງສາ, ຫລວງພະບາງ 8-10 ອົງສາ, ໄຊຍະບູລີ 8-10 ອົງສາ, ນະຄອນຫລວງວຽງຈັນ 9-11 ອົງສາ, ໄຊສົມ ບູນ 3-5 ອົງສາ, ແຂວງວຽງຈັນ 9-11 ອົງສາ, ບໍລິຄຳໄຊ 8-10 ອົງສາ, ຄຳມ່ວນ 9-11 ອົງສາ, ສະຫວັນນະເຂດ 10-12 ອົງສາ, ສາລະວັນ 10-12 ອົງສາ, ເຊກອງ 10-12 ອົງສາ, ຈຳປາສັກ 12-14 ອົງສາ, ອັດຕະປື 13-15 ອົງສາ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນຈົ່ງມີສະຕິກຽມພ້ອມຮັບມືກັບໄພອາກາດໃນຄັ້ງນີ້, ເຊິ່ງຈະມີຜົນກະ ທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ, ຜູ້ເຖົ້າ ແລະ ສັດລ້ຽງ, ເຊິ່ງອາດສາມາດເຈັບປ່ວຍໄດ້ງ່າຍ, ຂໍໃຫ້ມີສະຕິຕໍ່ສະພາບລົມແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເຮືອນຊານເປ່ເພ, ພ້ອມທັງຂໍໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າເປັນປົກກະຕິ.

No comments:

Post a Comment