Ad

Ad

9 February 2016

ປກສ ຄໍາມ່ວນຈັບຜູ້ຄ້າຢາເສບຕິດມາດໍາເນີນຄະດີ

ທ້າວ ພອນໄຊ (ໂຕ້) ອາຍຸ 28 ປີຢູ່ບ້ານຜັກເພື້ອ ເມືອງໄຊບູລີ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນຈັບຕົວມາດໍາເນີນຄະດີໃນຂໍ້ຫາຄ້າຂາຍຢາເສບຕິດ, ພ້ອມຂອງກາງຢາເສບຕິດປະເພດຢາບ້າຈໍານວນ 5.971 ເມັດ, ຊຶ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ໃນເຂດບ້ານທ່າເດື່ອ ເມືອງທ່າແຂກ ແຂວງຄໍາມ່ວນພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງວ່າມີກຸ່ມຄົນບໍ່ດີເຄື່ອໄຫວລັກລອບຄ້າຊື້ຂາຍຢາເສບຕິດຢູ່ເຂດບ້ານດັ່ງກ່າວ.
ປັດຈຸບັນຄະດີຢາເສບຕິດລາຍນີ້, ພວມຢູ່ໃນການສືບສວນ-ສອບສວນເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.


No comments:

Post a Comment