Ad

Ad

9 February 2016

ຕົວ​ເມືອງ​ໃນ​ຍຸ​ກສີຂຽວ​ເປັນ​ເຈົ້າ ( ຄໍລຳ ເບິ່ງກວ້າງເຫັນໄກ )

#        ວິ​ເສດ ສະ​ແຫວ​ງສຶກສາ
     ຫາກ​ມີ​ຄົນ​ຕັ້ງຄຳ​ຖາມ​ວ່າ ​ໃນ​ຍຸກ​ນີ້ “ສີ” ​ໃດມີ​ຄົນ​ເວົ້າຮອດ​ຫລາຍ​ໃນ​ລະດັບ​ປະ​ເທດ ​ແລະ ລະດັບ​ໂລກ ? ຄຳ​ຕອບ​ກໍ​ຄື “ສີຂຽວ” ​ເພາະ​ສີຂຽວ​ບໍ່​ພຽງ​ແຕ່​ໝາຍ​ເຖິງ​ທຳ​ມະ​ຊາດ​ປ່າ​ໄມ້​ໃບ​ຫຍ້າ​ທີ່​ຂຽວ​ສົດ​ງົດ​ງາມ​ເທົ່າ​ນັ້ນ, ​ແຕ່​ມັນ​ຍັງ​ໝາຍ​ເຖິງ​ສິ່ງ​ແວດ​ລ້ອມ ​ເຊັ່ນ​ຄຳ​ວ່າ “ພັດທະນາ​ສີຂຽວ” ກໍ​ມີ​ຄວາມ​ໝາຍ​ວ່າການ​ພັດທະນາ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ບໍ່​ສ້າງ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ. ພາຫະນະ​ສີຂຽວ (Green Vehicles) ນັ້ນໝາຍ​ເຖິງ​ລົດ​ປະ​ເພດ​ທີ່​ບໍ່​ປ່ອຍ​ມົນ​ລະ​ພິດ​ທຳລາຍ​ອາກາດ​ຫາຍ​ໃຈ​ຂອງ​ມະນຸດ. ນອກ​ນັ້ນກໍ​ຍັງ​ມີ​ພາສາ​ອັງກິດ​ເກີດ​ໃໝ່​ວ່າ Go Green) ​ແປ​ວ່າ​ຫັນ​ເປັນ​ຂຽວ ຄື​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ສົດ​ໃສ​ໄຮ້​ພິດ ​ແລະ ທີ່​ເວົ້າຮອດ​ຫລາຍ​ກໍ​ຄື “Green City” ​ແປ​ຕາມ​ໂຕ​ວ່າ​ນະຄອນ​ຂຽວ ​ແຕ່​ເນື້ອ​ແທ້​ແມ່ນ​ຕົວ​ເມືອງ​ທີ່​ມີ​ທັງ​ສີຂຽວ​ຂອງ​ທຳ​ມະ​ຊາດ ​ແລະ ທັງ​ປອດ​ມົນ​ລະ​ພິດ. ນີ້​ເປັນ​ພຽງ​ອະ​ລຳ​ພະ​ບົດ​ທີ່​ຍືດຍາວ ​ເພື່ອ​ເຂົ້າສູ່​ເລື່ອງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ບາງ​ຕົວ​ເມືອງ​ໃຫຍ່ ​ແລະ ສະຖານ​ທີ່​
ສຳຄັນ​ຢູ່​ຕ່າງປະ​ເທດ ​ເຊັ່ນ​ຢູ່​ນະຄອນຫລວງນິວ​ເດນ​ລີ​ປະ​ເທດ​ອິນ​ເດຍ. ສະຖິຕິ​ຂອງ​ອົງການ​ອະນາ​ໄມ​ໂລກ​ໄດ້​ຢັ້ງຢືນ​ເມື່ອ​ປີຜ່ານມາ​ວ່າ ອາກາດ​ເປັນ​ພິດ​ໃນ​ນິວ​ເດນ​ລີ​ນັ້ນຕິດ​ເບີ​ໜຶ່ງ​ໃນ​ໂລກ. ຍ້ອນ​ແນວ​ນີ້​ເອງ ທາງ​ການ​ຂອງ​ອິນ​ເດຍຈຶ່ງ​ຮີບ​ຮ້ອນ​ປະກາດ​ຢຸດ​ແລ່ນ​ລົດ​ເກົ່າ​ທີ່​ມີ​ອາຍຸ​ໃຊ້​ງານ​ມາ​ແລ້ວ 15-20 ປີ ​ແລະ ຂໍ​ຮ້ອງ​ໃຫ້​ເຈົ້າຂອງ​ລົດ​ເກງ​ແຕ່​ລະ​ຄັນ​ບິ​ແບ່ງ​ບ່ອນ​ນັ່ງ​ໃຫ້​ຫລາຍ​ຄົນ ຄື​ບໍ່​ໃຫ້​ຂີ່​ເວີ້ງ​ເວີ່ງ​ໄປ​ຜູ້​ດຽວ, ພໍ​ເອົາ​ໃຜ​ຂຶ້ນຂີ່​ນຳ​ໄດ້​ກໍ​ໃຫ້​ຂີ່. ນອກຈາກ​ນັ້ນ ​ໃນ​ເຂດ​ອະນຸສອນ​ສະຖານ ທັດ​ສະມາ​ຮານ ບັນລື​ໂລກ​ທີ່​ເຮັດ​ດ້ວຍ​ຫີນ​ອ່ອນ​ກໍ​ມີ​ການ​ຫ້າມ​ປະຊາຊົນ​ຈູດ​ຂີ້​ງົວ​ແຫ້ງ​ເພື່ອ​ດັງ​ໄຟ​ຫຸງ​ຕົ້ມ ຫລື ຟີ​ງ​ແກ້​ໜາວ ​ເພາະ​ໄດ້​ມີ​ການ​ພິສູດ​ຄັກ​ແນ່​ວ່າ ຄວັນ​ໄຟ​ຈາກ​ຂີ້​ງົວ​ນັ້ນ​ໄດ້​ເຮັດ​ໃຫ້​ທັດ​ສະມາ​ຮານ​ຄ່ອຍໆ​ປ່ຽນ​ເປັນ​ສີ​ເຫລືອງ​ແທນ​ທີ່​ຈະ​ເປັນ​ສີຂາວ​ເງົາ​ງາມ​ຕາມ​ທຳ​ມະ​ຊາດ​ຂອງ​ຫີນ​ອ່ອນ. ນອກຈາກ​ນັ້ນ ນັບ​ແຕ່​ປີ 1996 ​ເປັນຕົ້ນມາ, ສານ​ສູງ​ອິນ​ເດຍ​ໄດ້​ສັ່ງ​ຫ້າມ​ຕັ້ງ​ໂຮງ​ຈັກ​ໂຮງງານ​ໃນ​ວົງ​ລັດສະໝີ 10.000 ​ແມັດ​ມົນທົນ ຫ່າງ​ຈາກ​ທັດ​ສະມາ​ຮານ.

     ຢູ່​ນະຄອນ​ໂຮ​ຈິງ ສສ ຫວຽດນາມ, ຂ່າວ​ບອກ​ວ່າ​ໃນ​ກາງ​ປີ 2015 ທາງ​ການ​ໄດ້​ເຜີຍ​ແບ​ລາຍ​ຊື່​ຫົວໜ່ວຍ​ທຸລະ​ກິດ​ປະກອບ​ການ​ເກືອບ 700 ​ແຫ່ງ​ທີ່​ເປັນ​ຕົວ​ການ​ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ໃນ​ນະຄອນ​ນີ້. ມາດ​ຕະການ​ແກ້​ໄຂ​ບັນຫາ​ກໍ​ຄື​ຕ້ອງ​ຍົກຍ້າຍ​ຫົວໜ່ວຍ​ປະກອບ​ການ​ນີ້​ອອກ​ຈາກ​ຕົວ​ນະຄອນ​ໃຫ້​ໄດ້ 24 ຫົວໜ່ວຍ​ຂອງ​ທັງ​ໝົດ​ໃນ​ສົກ​ປີ 2015-2016, ສ່ວນ​ເຫລືອ​ອີກ​ກວ່າ 600 ຫົວໜ່ວຍ​ຈະ​ຖືກ​ຖອນ​ອອກ​ນອກ​ພາຍ​ໃນ​ປີ 2017. ນອກຈາກ​ຄຳ​ສັ່ງ​ຍົກຍ້າຍ​ແລ້ວ​ກໍ​ຍັງ​ມີ​ວິທີ​ອື່ນ​ອີກ ຄື​ກຳນົດ​ໃຫ້​ຫົວໜ່ວຍ​ທຸລະ​ກິດ​ທີ່​ສ້າງ​ມົນ​ລະ​ພິດ​ປ່ຽນ​ຮູບ​ການ​ຜະລິດ​ທີ່​ບໍ່​ມີ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ ຫລື ດ້ວຍ​ມາດ​ຕະການ​ສັ່ງ​ໂຈະ​ການ​ຜະລິດ​ໄປ​ເລີຍ. ຢູ່​ປະ​ເທດ​ສິງກະ​ໂປ, ທາງ​ການ​ຂອງ​ປະ​ເທດ​ນີ້​ໄດ້​ຮັບຮອງ​ເອົາ​ແຜນ 5-10 ປີ ​ເພື່ອ​ສ້າງ​ໝົດ​ປະ​ເທດ​ໃຫ້​ເປັນ​ສີຂຽວ ​ໂດຍ​ໄດ້​ຈັດ​ເປັນ 3 ​ໄລຍະ. ​ໄລຍະ​ທີ​ໜຶ່ງ​ເນັ້ນການ​ປູກ​ຕົ້ນ​ໄມ້​ໃນ​ບໍລິ​ເວນ​ອາຄານ​ບ້ານ​ຊ່ອງ (ລວມທັງ​ຢູ່​ຫລັງຄາ​ຕຶກ), ​ໄລຍະ​ທີ​ສອງ​ຈະ​ເນັ້ນການ​ປ່ຽນ​ຖ່າຍ​ອຸປະກອນ​ຊ່ວຍ​ປະຢັດ​ໄຟຟ້າ ​ແລະ ນ້ຳປະປາ​ຕາມ​ທີ່​ພັກ​ພາ​ອາ​ໄສ, ​ເປັນ​ອຸປະກອນ​ທີ່​ບໍ່​ໃຊ້​ພະລັງງານ​ຫລາຍ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ສ່ວນ​ໄລຍະ​ທີ​ສາມ​ນັ້ນ​ເນັ້ນ​ເນື້ອທີ່​ສີຂຽວ​ຕາມ​ສຳນັກງານ​ພາກ​ລັດ ຄື​ກຳນົດ​ໃຫ້​ຢ່າງ​ໜ້ອຍ 5.000 ​​ແມັດ​ມົນທົນ​ຂອງ​ພື້ນທີ່​ອາຄານ​ປົກ​ຫຸ້ມ​ດ້ວຍ “ສີຂຽວ” ​ແລະ ຖ້າ​ເບິ່ງ​ໄປ​ໄກ​ກວ່າ​ນັ້ນກໍ​ຄື​ພາຍ​ໃນ​ປີ 2030 ຕຶກ​ອາຄານ​ທີ່​ປະ​ເທດ​ສິງກະ​ໂປ​ຢ່າງ​ໜ້ອຍ 80% ຕ້ອງ​ປົກ​ຫຸ້ມ​ດ້ວຍ​ສີຂຽວ​ທຳ​ມະ​ຊາດ. ຢູ່ ສປ ຈີນ, ​ໃນ​ສາມ​ປີຜ່ານມາ ບໍລິສັດ​ຜະລິດ​ລົດ​ລາຍ​ໃຫຍ່​ຕ່າງ​ໆ​ໄດ້​ສຸມ​ໃສ່​ຜະລິດ​ພາຫະນະ​ສີຂຽວ (Green Vehicles) ທີ່​ແລ່ນ​ດ້ວຍ​ພະລັງງານ​ສະອາດ​ (​ໄຟຟ້າ) ​ໂດຍ​ໄດ້​ຈັດ​ງານ​ວາງສະ​ແດງ​ລົດ (​ໃຫຍ່) ​ໄຟຟ້າ​ຈຳນວນ 6.000 ຄັນ ​ໃນ​ຕົວ​ເມືອງ​ຕ່າງໆ ​ເພື່ອ​ເຈາະ​ຕະຫລາດ​ພາຍ​ໃນ. ​ໃນ​ກາງ​ປີ 2014, ສປ ຈີນ ກໍ​ໄດ້​ອອກ​ນະ​ໂຍບາຍ​ຍົກ​ເວັ້ນພາສີ​ສຳລັບ​ລົດ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ໃຊ້​ລົດ​ໄຟຟ້າ, ທາງ​ການ​ຈີນ​ຍັງ​ຈະ​ເພີ່ມ​ສະຖານ​ທີ່​ສາກ​ໄຟຟ້າ​ສຳລັບ​ລົດ​ໄປ​ພ້ອມໆ​ກັບ​ການ​ຫລຸດ​ລາຄາ​ລົດ​ປະ​ເພດ​ນີ້​ອີກ​ດ້ວຍ.

No comments:

Post a Comment