Ad

Ad

9 February 2016

ລາວທົບທວນການເຂົ້າເປັນສະມາຊິກອົງການການຄ້າໂລກຄົບຮອບ 3 ປີ

        ປີນີ້ ຄົບຮອບ 3 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (ອຄ), ຕະ ຫລອດໄລຍະຜ່ານມາໃນນາມເປັນສະມາຊິກໃໝ່ ແລະ ປະເທດດ້ອຍພັດທະນາ ຕ້ອງຍາດແຍ່ງເອົາຜົນປະໂຫຍດຈາກການເຂົ້າເປັນສະມາຊິກ ອຄລ ເປັນຕົ້ນການຮຽນຮູ້ກົດກະຕິກາຂອງສາກົນທີ່ອາດສົ່ງຜົນຕໍ່ທຸລະກິດລະຫວ່າງປະເທດ ໂດຍສະເພາະທຸລະກິດທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ ການຈັດຕັ້ງປະຕິບັດພັນທະສັນຍາໃຫ້ທ່ວງທັນກັບກຳນົດເວລາ ແລະ ກະກຽມສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ເພື່ອເຮັດແນວໃດໃຫ້ ສປປ ລາວ ສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເວທີການເຈລະຈາ ແລະ ຂະບວນ ການແກ້ໄຂຂໍ້ຂັດແຍ່ງຂອງ ອຄລ ເຊິ່ງເປັນກົນໄກທີ່ມີປະສິດທິຜົນສູງສຸດໃນລະບົບການຄ້າຫລາຍຝ່າຍ. 

ໃນກອງປະຊຸມແລກປ່ຽນຄຳຄິດເຫັນພາຍຫລັງການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ຄົບຮອບ 3 ປີ ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມາຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງທ່ານ ດຣ.  ລາວຮົວ ເຈີຈິງ, ຫົວໜ້າກົມນະໂຍບາຍການຄ້າຕ່າງປະ ເທດ ແລະ ມີຜູ້ເຂົ້າຮ່ວມຈາກພາກລັດ  ທຸລະກິດ ພ້ອມທັງສະຖາບັນການສຶກສາ ຈຳນວນຫລາຍກວ່າ 150 ຄົນ. ໃນກອງປະຊຸມໄດ້ມີການທົບທວນຄືນວຽກງານ ແລະ ພັນທະ ພາຍຫລັງການເຂົ້າເປັນສະ ມາຊິກອົງການການຄ້າໂລກ ຂອງສປປ ລາວ ໃນໄລຍະ 3 ປີ ນັບຈາກວັນທີ 2 ກຸມພາ 2013 ເປັນຕົ້ນມາ ໂດຍມີການສົນທະນາແລກປ່ຽນຄຳຄິດເຫັນແບບວິຊາການ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ.

ອຄລ ໄດ້ຮັບການສ້າງຕັ້ງຂຶ້ນເປັນເວລາ 20 ປີ ນັບແຕ່ວັນທີ1 ມັງກອນ 1995 ເປັນຕົ້ນມາ, ປັດຈຸບັນມີສະມາ ຊິກທັງໝົດ 162 ສະມາຊິກ ແລະ ສປປ ລາວ ເປັນປະເທດທີ 158. ຕະຫລອດໄລຍະ 20 ປີ ແຫ່ງການສ້າງຕັ້ງໄດ້ມີຜົນສຳເລັດ ແລະ ກາລະໂອກາດຫລາຍຢ່າງໃຫ້ແກ່ສະມາຊິກ ເຊັ່ນ: ການສ້າງລະບົບການຄ້າຫລາຍຝ່າຍໃຫ້ມີຄວາມເຂັ້ມແຂງ, ສ້າງນະໂຍບາຍການຄ້າໃຫ້ມີຄວາມໂປ່ງໃສ ແລະ ສ້າງລະບົບການແກ້ໄຂຂໍ້ຂັດແຍ່ງທີ່ເຂັ້ມແຂງ.

No comments:

Post a Comment