Ad

Ad

9 February 2016

ປະຕິບັດຫຼັກການ 5 ປ ຊ່ວຍປ້ອງກັນພະຍາດຊິກ້າ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ການລະບາດຂອງເຊື້ອຈຸລະໂລກຊິກ້າ ໃນພາກພື້ນອາເມລິ ກາໃນປັດຈຸບັນ, ໄດ້ກາຍເປັນສິ່ງທີ່ໜ້າເປັນຫ່ວງທີ່ສຸດຂອງບັນດາປະເທດຕ່າງໆໃນທົ່ວໂລກ, ກໍຄືປະ ເທດລາວຂອງພວກເຮົາ, ເນື່ອງຈາກມາຮອດດຽວນີ້ພະຍາດດັ່ງກ່າວໄດ້ລະບາດມາເຖິງປະເທດໃກ້ຄຽງຄື: ໄທ, ກຳປູ ເຈຍ ແລະ ອິນໂດເນເຊຍເປັນຕົ້ນ, ເຖິງຢ່າງໃດກໍຕາມທຸກຄົນສາມາດປ້ອງກັນຕົວເອງຈາກພະຍາດຊິກ້າໄດ້ໂດຍບໍ່ໃຫ້ຍຸງກັດ, ຍ້ອນຍຸງເປັນພາຫະທີ່ກໍໃຫ້ເກີດພະຍາດນີ້, ຄົນສ່ວນໃຫຍ່ທີ່ຕິດພະຍາດຊິກ້າແມ່ນບໍ່ມີອາການສະແດງອອກ ຫຼື ຈະມີພຽງອາການໄຂ້ເບົາບາງ, ມີຜືນຕາມຜິວໜັງ ແລະ ເຍືອເມືອກຕາອັກເສບ ແລະ ອາການເຫຼົ່ານີ້ຈະຫາຍໄປໃນໄລຍະເວລາ 2 - 7 ວັນ, ການປິ່ນປົວຄົນເຈັບດັ່ງກ່າວແມ່ນໃຫ້ຢາແກ້
ປວດ, ແກ້ໄຂ້, ດື່ມນ້ຳຫຼາຍໆ ແລະ ຜັກຜ່ອນໃຫ້ພຽງພໍ ແລະ ເພື່ອປ້ອງກັນພະຍາດດັ່ງກະຊວງສາທາລະນະສຸກຈະເພີ່ມຄວາມເຂັ້ມແຂງໃນການເຝົ້າລະວັງພະຍາດນີ້  ແລະ ຈາກຜົນວິເຄາະໄດ້ຢັ້ງຢືນວ່າການປ້ອງກັນພະຍາດຊິກ້າ ແມ່ນຄ້າຍຄືກັບການປ້ອງກັນພະຍາດໄຂ້ຍຸງລາຍ, ເນື່ຶອງຈາກການແພ່ເຊື້ອຂອງພະຍາດນີ້ ແມ່ນຄ້າຍຄືກັບພະຍາດໄຂ້ຍຸງລາຍ ດັ່ງນັ້ນທາງກະຊວງສາທາລະນະສຸກ, ຈຶ່ງໄດ້ຮ່ວມມືກັບອຳນາດການປົກຄອງທຸກຂັ້ນ, ເພື່ອໃຫ້ຄວາມສຳຄັນໃນຂະບວນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ໂດຍການມີສ່ວນຮ່ວມຂອງຊຸມຊົນໃນການປະຕິບັດຫຼັກການ 5 ປ ໃຫ້ເປັນຄວາມສິນເຄີຍປະຈຳວັນຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ, ປະຕິບັດ , ພ້ອມທັງໄດ້ສ້າງຫ້ອງວິເຄາະເພື່ອກວດຫາເຊື້ອພະຍາດ, ເພີ່ມຄວາມເຂັ້ມແຂງວຽກງານການສື່ສານ ເພື່ອຫຼຸດຜ່ອນຄວາມສ່ຽງຈາກພະຍາດດັ່ງກ່າວອີກດ້ວຍ.


        ພະຍາດຊິກ້າເປັນເຊື້ອຈຸລະໂລກຊະນິດໜຶ່ງຊຶ່ງມັນເກີດໃນເຂດຮ້ອນຊຸ່ມ ແລະ ກວດພົບພະ ຍາດດັ່ງກ່າວຄັ້ງທຳອິດໃນປີ 1947 ໃນປີທີ່ມີຊື່ວ່າ ຊິກ້າ ປະເທດອຸກັນດາ, ທະວີບອາຟິກກາ ແລະ ພະ ຍາດດັ່ງກ່າວໄດ້ເກີດລະບາດຂື້ນຢູ່ກະແຈກກະຈາຍຈົນເຖິງປີ 2013  ແລະ ປີນີ້, ປັດຈຸບັນມີການລາຍງານພົບຜູ້ຕິດເຊື້ອພະຍາດດັ່ງກ່າວໃນຂົງເຂດອາຊີ ແລະ ປະເທດໃກ້ຄຽງຄືດັ່ງກ່າວ.

No comments:

Post a Comment