Ad

Ad

9 February 2016

ສະພາບການສັນຈອນແອອັດໃນຕົວເມືອງຈະຫລຸດຜ່ອນລົງຫລັງປີ 2018

ກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: ປັດຈຸບັນສະພາບ ການສັນຈອນໃນຕົວເມືອງມີຄວາມແອອັດໜາແໜ້ນຕິດຕໍ່ເປັນຊ່ວງແກ່ຍາວຫລາຍຂຶ້ນ, ໂດຍສະເພາະຕາມຈຸດສາມແຍກ, ສີ່ແຍກໃນເວລາເລັ່ງດ່ວນ, ຄຽງຄູ່ກັນນັ້ນບັນຫາອຸປະຕິເຫດກໍເພີ່ມຂຶ້ນນັບມື້, ເຊິ່ງສາເຫດຕົ້ນຕໍມາຈາກພາຫະ ນະມີຈໍານວນເພີ່ມຂຶ້ນສະເລ່ຍປະມານ 15% ຕໍ່ປີ, ການຈອດລົດຕາມແຄມທາງແບບຊະຊາຍມີແຜ່ຫລາຍ, ສະຕິຕໍ່ລະບຽບກົດໝາຍຂອງຜູ້ຂັບຂີ່ບໍ່ທັນສູງ, ຂະນະດຽວກັນການຄຸ້ມຄອງຈາລະຈອນບໍ່ທັນເປັນລະບົບຄົບຊຸດ. ໃນໄລຍະຜ່ານມາມາດຕະການແກ້ໄຂສະເພາະໜ້າທີ່ໄດ້ມີການຈັດຕັ້ງປະຕິບັດເພື່ອຫລຸດຜ່ອນສະພາບແອອັດດັ່ງກ່າວແມ່ນຈັດສັນເສັ້ນທາງເພື່ອກໍານົດທາງຂຶ້ນ-ທາງລ່ອງ ແລະ ທາງ ລ້ຽວຄືນໃໝ່, ປັບປຸງໃສ່ປ້າຍທາງ
ລ້ຽວຂວາຕະຫລອດແລະໃສ່ປ້າຍຈອດວັນຄູ່-ວັນຄີກ, ຕິດຕັ້ງໄຟອໍານາດເພີ່ມຕາມຈຸດ 3 ແຍກ, 4 ແຍກຕ່າງໆ, ຈັດສັນເວລາເຂົ້າຮຽນຂອງນັກຮຽນກ່ອນໂມງລັດຖະການ, ເຮັດບັດລົດເມຜູ້ລະ 4 ແສນກີບຕໍ່ປີເພື່ອຫລຸດຜ່ອນການນໍາໃຊ້ລົດສ່ວນຕົວດັ່ງນີ້ເປັນຕົ້ນ. ສ່ວນມາດຕະການແກ້ໄຂສະພາບດັ່ງກ່າວໃນໄລຍະຍາວກໍຍັງແມ່ນການເພີ່ມການລົງທຶນໃສ່ການສ້າງລະ ບົບຂົນສົ່ງທີ່ດີ, ສ້າງໃຫ້ມີເສັ້ນທາງຕາງລະດັບ, ສ້າງຈຸດບໍລິການຈອດລົດໃນຕົວເມືອງໃຫ້ພຽງພໍ, ຄວບຄຸມການປຸກສ້າງໃກ້ກັບຈຸດ 3 ແຍກ, 4 ແຍກຕາມກົດໝາຍຜັງເມືອງ, ສ້າງຕັ້ງສູນຄວບຄຸມຈະລາຈອນ ແລະ ມີມາດຕະການຈໍາກັດການນໍາເຂົ້າລົດ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ: ການແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2005, ໂດຍກະຊວງໂຍທາທິການ ແລະ ຂົນສົ່ງໄດ້ສ້າງແຜນຍຸດທະສາດການຂົນສົ່ງແບບຍືນຍົງຕໍ່ສິ່ງແວດລ້ອມ, ຊຶ່ງໄດ້ຮັບການຊ່ວຍເຫລືອລ້າຈາກອົງການສະຫະປະຊາຊາດ ແລະ ໃນປີ 2008 ອົງການໄຈກາຂອງຍີ່ປຸ່ນໄດ້ສືບຕໍ່ໃຫ້ການຊ່ວຍເຫລືອສ້າງແຜນແມ່ບົດການຂົນສົ່ງສາທາລະນະໃນຕົວເມືອງນະຄອນຫລວງວຽງຈັນ, ຈາກຜົນການສຶກສາໂຄງການດັ່ງກ່າວອົງການໄຈກາໄດ້ຊ່ວຍລົດ ເມຂະໜາດ 45 ບ່ອນນັ່ງຈໍານວນ 42 ຄັນໃຫ້ນະຄອນຫລວງວຽງຈັນໃນປີ 2012. ນອກຈາກນີ້ລັດຖະບານຍັງໄດ້ພິຈາລະນາຮັບຮອງເອົາໂຄງການແກ້ໄຂການສັນຈອນແອອັດແບບຍືນຍົງຢູ່ນະຄອນ ຫລວງວຽງຈັນໂດຍເງິນກູ້ຈາກທະນາຄານພັດທະນາອາຊີ ADB ແລະ ເງິນຊ່ວຍເຫລືອຈາກອົງການສາກົນຈໍານວນໜຶ່ງລວມມູນຄ່າປະມານ 92 ລ້ານໂດລາສະຫະລັດ ແລະ ປະກອບມີໜ້າວຽກຄື: ຊື້ລົດເມດ່ວນ 92 ຄັນ, ກໍ່ສ້າງສະຖານີຈອດລົດ 2 ແຫ່ງແລະອູ່ສ້ອມແປງ, ປັບປຸງບ່ອນຈອດລົດໃນຕົວເມືອງ, ປັບປຸງລະບົບຄຸ້ມຄອງຈະລາຈອນ, ປັບປຸງທາງຍ່າງໃຫ້ຮັບປະກັນຄວາມປອດໄພ ແລະ ປັບປຸງລະບົບການຈັດຕັ້ງຄຸ້ມຄອງ, ເຊິ່ງຄາດຄະເນວ່າແຜນດໍາເນີນງານດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດໃນປີ 2017 ແລະ ຈະໃຫ້ສໍາເລັດໃນປີ 2018 ແລະ ເມື່ອໂຄງການສໍາເລັດຈະສາມາດແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນຖານ, ລະບົບການຂົນສົ່ງສາທາລະນະມີຄວາມສະດວກ ແລະ ຊ່ວຍຫລຸດຜ່ອນການນໍາໃຊ້ລົດສ່ວນຕົວລົງເທື່ອລະກ້າວ, ມີບ່ອນຈອດລົດ ແລະ ທາງຍ່າງທີ່ປອດໄພ ແລະ ທັງເປັນການປັບປຸງທັດສະນີຍະພາບຕົວເມືອງໃຫ້ມີຄວາມສວຍງາມ.

No comments:

Post a Comment