Ad

Ad

9 February 2016

ສະພາທີ່ປຶກສາທຸລະກິດອາຊຽນຫາລືການສ້າງຄວາມເຂັ້ມແຂງຫລັງເປັນປະຊາຄົມເສດຖະກິດ ອາຊຽນ

ກອງປະຊຸມສະພາທີ່ປຶກສາທຸລະກິດອາຊຽນຄັ້ງທີ 2 (ASEAN-BAC), ໄດ້ມີການປຶກສາຫາລືໃນຫລາຍຫົວຂໍ້ທີ່ສໍາຄັນຄື: ແຜນງານປະຊາຄົມເສດຖະກິດອາຊຽນພາຍຫລັງປີ 2015,ການຫລຸດຊ່ອງວ່າງລະຫວ່າງປະເທດ(CLMV)ກັບອີກ 6 ປະເທດໃນອາຊຽນ ແລະ ທຸລະກິດຂະໜາດນ້ອຍ ແລະກາງ (SMEs) ໃນການພັດທະນາປະຊາຄົມເສດຖະກິດອາຊຽນ ໃຫ້ພາກລັດ ແລະ ພາກເອກະຊົນໄດ້ມີໂອກາດແລກປ່ຽນຄວາມຄິດເຫັນຮ່ວມກັນເພື່ອແນ່ໃສ່ການປັບປຸງບັນດານະໂຍບາຍ ແລະ ສ້າງຄວາມເຂັ້ມແຂງຂອງພາກທຸລະກິດຫລັງປີ 2015 ລວມເຖິງການກະກຽມຄວາມພ້ອມຮອບດ້ານໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້.

ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອ)ທັງເປັນປະທານ ASEAN- BAC ໄດ້ນຳສະເໜີຫົວຂໍ້: ການຫລຸດຊ່ອງຫວ່າງລະຫວ່າງປະເທດ CLMV ກັບອີກ 6 ປະເທດໃນອາຊຽນຕໍ່ທີ່ປະຊຸມ, ໂດຍຍົກໃຫ້ເຫັນຂໍ້ໄດ້ປຽບ ແລະ ເສຍປຽບລະຫວ່າງລາວກັບບັນດາປະເທດດ້ອຍພັດທະນາອື່ນໆ ເພື່ອໃຫ້ສາມາດກ້າວທັນ ຫລື ທຽບເທົ່າກັບປະເທດອື່ນໆໃນອາຊຽນ ແລະ ໄດ້ມີການສົນທະນາປຶກສາຫາລືໂດຍຜູ້ຊ່ຽວຊານຈາກຄະນະທີ່ປຶກສາໂຄງການກົດລະບຽບ ແລະ ນະໂຍບາຍການແຂ່ງຂັນ, ຄະນະປະສານງານແຜນການພັດທະນາເສດຖະກິດອາຊຽນ, ອົງການສົ່ງເສີມການຮ່ວມມືກັບປະເທດເຢຍລະມັນ ແລະ ຄະນະບໍລິຫານງານສະພາທຸລະກິດເອີຣົບ-ອາຊຽນ. ສ່ວນທ່ານ Fabien LumSenior EVP ແລະ ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ສະເໜີຫົວຂໍ້: ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບົດບາດຂອງທຸລະກິດຂະໜາດນ້ອຍ ແລະ ກາງໃນການພັດທະນາປະຊາຄົມເສດຖະກິດອາຊຽນ. ເພື່ອກຳນົດບົດບາດຂອງ SMEs ໃນຂະບວນການເຊື່ອມໂຍງ ແລະ ທ່ານ Tan Sri DatoDr. MohdMunir Abdul Majid ປະທານທະນາຄານ Maumalate ປະເທດມາເລເຊຍ ໄດ້ສະເໜີກ່ຽວກັບການປະກອບຄຳເຫັນຂອງສະພາທີ່ປຶກສາທຸລະກິດອາຊຽນກ່ຽວກັບແຜນງານປະຊາຄົມເສດຖະກິດອາຊຽນພາຍຫລັງປີ 2015 ເຊິ່ງທຸກພາກສ່ວນຕ້ອງເປັນເຈົ້າການຮ່ວມມືກັນໃນການສ້າງຄວາມເຂັ້ມແຂງໂດຍສະເພາະພາກລັດຕ້ອງເປັນຜູ້ສະໜອງຂໍ້ມູນໃຫ້ພາກທຸລະກິດ ແລະ ພາກທຸລະກິດຕ້ອງເອົາໃຈໃສ່ໃນການຈັດຕັ້ງທຸລະກິດຂອງຕົນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ໂຮງແຮມລາວພາຊາພາຍໃຕ້ການເປັນປະທານຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານສີສະຫວາດ ທິຣະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ  Tan Sri Dato’ Dr. Mohdmunir   Abdul Majid ປະທານທະນາຄານ Maumalate, ທ່ານ Guy Apovy ປະທານສະພາການຄ້າ ແລະ ອຸດສາຫະກຳເອີຣົບປະຈຳລາວ ແລະ ທ່ານ ອຸເດດ ສຸວັນນະວົງປະທານສະພາທີ່ປຶກສາທຸລະກິດອາຊຽນ (ASEAN- BAC).

No comments:

Post a Comment