Ad

Ad

9 February 2016

ປະຊາຊົນທີ່ເປັນປາກແວ່ງ ເພດານໂວ່, ໄຟ​ໄໝ້ ແລະ ນ້ຳຮ້ອນລວກ 80 ກວ່າຄົນ ໄດ້ຮັບການຜ່າຕັດໂດຍບໍ່ເສຍຄ່າ

        ທີມແພດຊ່ຽວຊານຜ່າຕັດ ຈາກປະເທດ ອົດສະຕຣາລີ-ນີວຊີແລນໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍມະໂຫສົດ, ນະຄອນ ຫຼວງວຽງຈັນ ເພື່ອທໍາການຜ່າຕັດ, ຝຶກອົບຮົມວິທີການຜ່າຕັດບາດ ແຜ, ປີ່ນປົວແຜໄຟໄໝ້, ນ້ຳຮ້ອນລວກ, ເພດານໂຫວ່ ແລະ ປາກແຫວ່ງ ແຕ່ລະຫວ່າງວັນທີ 8-19 ກຸມ ພານີ້, ໂດຍ ທິມແພດດັ່ງກ່າວ, ປະກອບມີ ທ່ານໝໍຜ່າ ຕັດ 2 ທ່ານ, ແພດວາງຢາສະຫລົບ 2 ທ່ານ, ພະຍາບານ 3 ທ່ານ ແລະ ກາຍະບໍາບັດ 1 ທ່ານ ຈະໄດ້ຮ່ວມກັບທິມແພດຊ່ຽວຊານໂຮງໝໍມະໂຫສົດ ຈໍານວນໜຶ່ງທໍາການກວດກາ ແລະ ຜ່າ ຕັດຄົນເຈັບທີ່ມີແຜ ຫລື ໄດ້ຮັບບາດເຈັບຈາກໄຟໄໝ້, ນ້ຳຮ້ອນລວກ, ເພດານໂຫວ່ ແລະ ປາກແຫວ່ງໂດຍບໍ່ເສຍຄ່າໃຊ້ຈ່າຍ. ສໍາລັບປີນີ້ ມີຄົນເຈັບຫຼາຍກ່ວາ 80 ຄົນ ທີ່ໄດ້ເຂົ້າຮັບການປິ່ນປົວ.

 ທ່ານດຣ. ວັນເພັງ ນໍຣະສິງ  ກ່າວວ່າ: ເລີ່ມແຕ່ປີ 1995 ທິມແພດຜ່າຕັດ interplast ໂດຍໄດ້ຮັບການຮ່ວມມື ຈາກກະຊວງສາທາລະນະສຸກຂອງ ລາວ ໃນເບື້ອງຕົ້ົນແມ່ນເພື່ອທໍາການຜ່າຕັດປາກແຫວ່ງ, ເພດານໂຫວ່, ເລີ່ມຈາກປີ 1996 ທີມແພດດັ່ງກ່າວ ໄດ້ເດີນທາງມາປະເທດລາວຫລາຍກວ່າ 20 ຄັ້ງ ເພື່ອທໍາການຝຶກອົບຮົມດ້ານເຕັກນິກການຜ່າຕັດປາກແຫວ່ງ, ເພດານໂຫວ່ ໃຫ້ທິມແພດຊ່ຽວຊານຜ່າຕັດຢູ່ໂຮງໝໍມະໂສຫົດ ແລະ ໄດ້ທໍາການຜ່າຕັດຄົນເຈັບແລ້ວຫລາຍກວ່າ 1.000 ຄົນ.

ໃນໂອກາດດັ່ງກ່າວຍັງໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການສືບຕໍ່ຮ່ວມມືດ້ານວິຊາການລະຫວ່າງ ທ່ານ ຮສ.ດຣ. ບຸນທະພານີ ບຸນຊ່ວຍ ອໍານວຍການໂຮງໝໍມະໂຫສົດ ແລະ ທ່ານ ດຣ. ຟິລິບ ສາລາເທິຣີ ຕົວແທນໂຄງການ interplst.

No comments:

Post a Comment