Ad

Ad

17 May 2016

ເກີດ​ເຫດ​ໄຟ​​ໄໝ້​​ເຮືອນພັກ​ຄູ-ອາຈານ ວິທະຍາ​ໄລ​ການ​ຊ່າງ​ລາວ-​ເຢຍລະ​ມັນ ບ້ານ​ວັດ​ນາກ

          ຮອງຫົວໜ້າພະແນກມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ເວລາປະມານ 3:30 ​ໂມງເຊົ້າວັນທີ 16 ພຶດສະພານີ້, ​ໄດ້ເກີດເຫດໄຟໄໝ້ເຮືອນຫ້ອງແຖວ, ຊຶ່ງແມ່ນເຮືອນຂອງຄູ-ອາຈານຂອງວິທະຍາໄລການຊ່າງ ລາວ-​ເຢຍລະມັນ, ບ້ານວັດນາກ, ​ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ, ​ເຊິ່ງເປັນອາຄານຊັ້ນດຽວ ມີ 7 ຫ້ອງ ຖືກ​​ໄໝ້ໝົດກ້ຽງແລະເຫດການນີ້ມີຜູ້ໄດ້ຮັບບາດເຈັບ 1 ຄົນ ຍ້ອນຖືກໄຟລວກ. ສາເຫດຂອງ ເຫດໄຟໄໝ້ຄັ້ງນີ້ ພວມຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນຂອງເຈົ້າໜ້າທີ່. ຂ່າວໃຫ້ຮູ້ຕື່ມວ່າ: ໃນຕອນບ່າຍຂອງວັນທີ 11 ພຶດສະພາຜ່ານມານີ້, ໄດ້ເກີດເຫດໄຟໄໝ້ສວນຂອງທ້າວ ສຸລີມ່າ ອາຍຸ 65 ປີ, ຢູ່ບ້ານພະຂາວ, ໜ່ວຍ 26, ເມືອງໄຊທານີ ນະຄອນຫລວງວຽງຈັນ, ​ເຊິ່ງໄຟໄດ້ລຸກ​​ໄໝ້ລາມທົ່ງຫຍ້າຍາວ 5 ​ເຮັກຕາ

No comments:

Post a Comment