Ad

Ad

17 May 2016

ລາວຕັ້ງເປົ້າປີນີ້ປູກໄມ້ໃຫ້ເປັນປ່າບັນລຸ 7 ພັນ​​ເຮັກຕາ

          ຕາມການລາຍງານຂອງກອງພື້ນຟູປ່າໄມ້, ກະຊວງຊັບພະ ຍາກອນທຳມະຊາດ ​​ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ: ​ເພື່ອຜັນຂະຫຍາຍຍຸດທະສາດວຽກງານປ່າໄມ້ຮອດປີ 2020 ​​ແລະແຜນ 5 ປີຂອງຂະແໜງຊັບພະຍາກອນທຳມະຊາດແລະ ສິ່ງ​​ແວດ ລ້ອມກ່ຽວກັບການພື້ນຟູປ່ໄມ້ໃຫ້ໄດ້ 1,5 ລ້ານເຮັກ ຕາແລະ ປູກເສີມກ້ອງປ່າໃຫ້ໄດ້ 35 ພັນເຮັກຕາໃຫ້ສຳເລັດແລ ປະກົດຜົນເປັນຈິງ,​ໂດຍສະເພາະແມ່ນຄາດໝາຍສູ້ຊົນຂອງວຽກງານຟື້ນຟູປ່າ​​ໄມ້ໃຫ້ມີເນື່ອທີ່ປົກຫຸ້ມ 70 % ​ໃນປີ 2020 ​ໃນຂອບເຂດທ່ົວປະເທດ, ຊຶ່ງຕະຫຼອດໄລຍະຜ່ານມາພັກແລະ ລັດຖະບານຖືເອົາວຽກງານຄຸ້ມຄອງ​,ປົກປັກຮັກສາແລະ ພັດທະນາປ່າໄມ້ເປັນວຽກຍຸດທະສາດສຳຄັນ,​ໂດຍສະເພາະແມ່ນເລັ່ງໃສ່ວຽກງານການຟື້ນຟູປ່າໄມ້ທຳມະ
ຊາດແລະ ປູກເສີມກ້ອງປ່າໃນແຕ່ລະປີແລະ ສະ​​​ເພາະວັນປູກ​​ໄມ້​​ແຫ່ງຊາດປີນີ້ໄດ້ວາງຄາດໝາຍຈະປູກ​​ໄມ້​​ໃນ​​ເຂດປ່າປ້ອງກັນແລະ ປ່າສະຫງວນໃຫ້ບັນລຸ 7 ພັນເຮັກຕາ, ຟື້ນຟູປ່າທຳມະຊາດໃຫ້ໄດ້ 3 ​ແສນເຮັກຕາ, ​​ເກັບແກ່ນ​​ໃຫ້ໄດ້ 10 ​ໂຕນ, ​ກ້າເບ້ຍໄມ້ໃຫ້ໄດ້ 18 ລ້ານເບ້, ສຳລັບການປູກແມ່ນຈະ​​ເລັ່ງໃສ່ປ່າທຳມະຊາດ , ປ່າປ້ອງກັນແລະ ປ່າສະຫງວນ ​​ແລະເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ທາງກະຊວງໄດ້ມອບໃຫ້ອຳນາດການປົກຄອງທ້ອງຖິ່ນແລະ ພາກສ່ວນກ່ຽວຂ້ອງນຳພາຈັດຕັ້ງປະຕິບັດໃນເຂດແຂວງຂອງຕົນຄື: ​ແຂວງຜົ້ງສາລີຕ້ອງປູກໃຫ້ໄດ້ 370 ​ເຮັກຕາ, ຫຼວງນ້ຳທາ 300 ​ເຮັກຕາ, ບໍ່ແກ້ວ 300 ​ເຮັກຕາ, ອຸດົມ​​ໄຊ 350 ​ເຮັກຕາ, ຫົວພັນ 420 ​ເຮັກຕາ, ຫຼວງພະບາງ 450 ​ເຮັກຕາ, ​ໄຊຍະບູລີ 400 ​ເຮັກຕາ, ​ຊຽງ​​ຂວງ 450 ​ເຮັກຕາ, ​ໄຊສົມບູນ 260 ​ເຮັກຕາ, ວຽງຈັນ 450 ​ເຮັກຕາ, ນະຄອນຫຼວງ 150 ​ເຮັກຕາ, ບໍລິຄຳໄຊ 470 ​ເຮັກຕາ, ຄຳມ່ວນ 460 ​ເຮັກຕາ, ສະຫວັນນະເຂດ 550 ​ເຮັກຕາ, ສາລະວັນ 370 ​ເຮັກຕາ, ຈຳປາສັກ 480 ​ເຮັກຕາ, ​ເຊກອງ 380 ​ເຮັກຕາແລະ ອັດຕະປື 390 ​ເຮັກຕາ, ​ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທັງພາກລັດແລະເອກະຊົນ, ຫົວໜ່ວຍທຸລະກິດຕະຫຼອດຮອດປະຊາຊົນທ້ອງຖິ່ນຕ່າງໆຈົ່ງພ້ອມກັນປູກໄມ້ໃຫ້ເປັນປ່າ, ​ເພື່ອຍົກສູງເນື່ອທີ່ປົກຫຸ້ມປ່າໃຫ້ບັນລຸໄດ້ຕາມຄາດໝາຍຂອງລັດຖະບານວາງອອກແລະເພື່ອສົ່ງແວດລ້ອມທີ່ດີ, ​ເຮັດອາກາດສົດຊື່ນ, ປົກປັກຮັກສາແຫຼ່ງນ້ຳແລະ ຊ່ວຍຫຼຸດຜ່ອນພາວະໂລກຮ້ອນດັ່ງທີ່ເປັນຢູ່ໃນປັດຈຸບັນ​.

No comments:

Post a Comment