Ad

Ad

17 May 2016

​ໄວ​ຕາ​ມິ​ວ ຈັດ​ກິດຈະກຳ​ສົ່ງ​ເສີມ​ຄວາມ​ສາມາດ​ຂອງ​ເດັກນ້ອຍ​ນັກຮຽນຊັ້ນ​ປະຖົມ

          ເມື່ອບໍ່ດົນມານີ້, ​ໄວຕາມິໄດ້ຈັດການແຂ່ງຂັນສະແດງຄວາມສາມາດຂອງເດັກນ້ອຍ (Talent Kids Contest) ຂຶ້ນທີ່ຫໍວັດທະ ນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງ​​​ເປັນໂຮງ ຮຽນປະຖົມ​ສົມບູນ ​ປາດ​ຖະໜາ ​ຍາດ​ໄດ້ລາງວັນ​ຊະນະ​ເລີດ​ໄປ​ຄອງ ​ພ້ອມ​ທັງ​ຮັບ​ທຶນ​ການ​ສຶກສາ 16 ລ້າ​ນກີບ, ລາງວັນ​ທີ 2 ​​ແມ່ນ​ໂຮງຮຽນ ຫງວຽນ​ຢູ ​​ໄດ້​ຮັບ​ທຶນ​ການ​ສຶກສາ 10 ລ້ານ​ກີບ, ລາງວັນ​ທີ 3 ​ແມ່ນ​ໂຮງຮຽນ ​ແສງ​ດາລາ ​ໄດ້​ຮັບ​ທຶນ​ການ​ສຶກສາ 6 ລ້ານ​ກີບ ​ແລະ ​ໂຮງຮຽນ ຫ້ອມ​ສະ​ຫວັນ, ຊ້າງ​ນ້ອຍ ​ແລະ ນິຣະດາ ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ ​ໂຮງຮຽນ​ລະ 1 ລ້າ​ນກີບ. ນອກ​ຈາກ​ນີ້, ຍັງ​ໄດ້​ປະກາດ​ຜົນການ​ແຂ່ງຂັນ​​ຮູບ​ແຕ້ມ, ​ເຊິ່ງຜູ້​ຊະນະ​ເລີດ​ແມ່ນ ນາງ ທິດາ​ສະຫວັນ ມາ​ຈາກ​ໂຮງຮຽນ​ຊ້າງ​ນ້ອຍ, ລາ​ງວັນ​ທີ 2 ​ແມ່ນ​ທ້າວ ທັນວາ
ຈາກ​ໂຮງຮຽນ​ຫ້ອມ​ສະຫວັນ ​ແລະ ອີກ 5 ນ້ອງ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ ​ແມ່ນ​ທ້າວ ປາຖະໜາ ​ໂຮງຮຽນ​ຈອມ​ເພັດ, ນາງ ​ແສງມະນີ ​ໂຮງຮຽນ ​ເອັສ​ໂອ​ເອັສ, ທ້າວ ອະພິສິດ, ນາງ ສຸພາ​ລັກ ​ແລະ ນາງ ພັດສະລາ​ພອນ ​ຈາກໂຮງຮຽນຊ້າງ​ນ້ອຍ.

          ກິດຈະກຳ​ດັ່ງກ່າວ ຈັດ​ຂຶ້ນ​ເພື່ອ​ເປັນ​ເວທີ​ໃຫ້​ນ້ອງ​ນັກຮຽນໃນ​ນະຄອນຫລວງ​ວຽງ​ຈັນ, ​ໄດ້​​ສະ​ແດງ ອອກ​ເຖິງ​ຄວາມ​ສາມາດ​, ພອນ​ສະຫວັນທີ່​ມີ​ໃນ​ຕົວຂອງ​ເຂົາ​ເຈົ້າ​ ​ເພື່ອ​​ໃຊ້​ເວລາ​ຫວ່າງ​ໃຫ້​ເກີດ​ປະ​ໂຫຍ​ດ.

No comments:

Post a Comment