Ad

Ad

16 May 2016

ກອງ​ປະຊຸມລັດຖະມົນຕີແຮງ​ງານ​ອາຊຽນຄັ້ງ​ທີ 24

​           ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24 ​​ໄດ້ໄຂຂຶ້ນ​​ໃນວັນທີ 15 ພຶດສະພານີ້ຢູ່ນະຄອນຫລວງວຽງຈັນ,ໂດຍການ​ເປັນ​ປະທານຂອງທ່ານ ຄຳແພງໄຊສົມແພງ ລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ, ​ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີແຮງງານຈາກ 10 ປະເທດອາຊຽນເຂົ້າຮ່ວມ.​ກອງປະຊຸມໄດ້ຮັບຮອງຮ່າງຖະແຫລງການວຽງຈັນວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າແລະເປັນທຳໃນອາຊຽນ​.

          ທ່ານ ຄຳແພງໄຊສົມແພງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບ​​ເນື້ອໃນແລະ ບັນຫາສຳຄັນຕ່າງໆຂອງກອງປະຊຸມສຸດຍອດອາຊຽນ, ກອງປະຊຸມສະພາວັດທະນະ ທຳ-ສັງຄົມ ອາຊຽນແລະ ກອງປະຊຸມອາຊຽນ ທີ່ກ່ຽວຂ້ອງອື່ນໆໂດຍສະເພາະການຮັບຮອງວິໄສທັດອາຊຽນ 2025, ​ແຜນແມ່ບົດວັດທະນະທຳ-ສັງຄົມອາຊຽນ, ຖະແຫລງການກົວລາລຳເປີ ວ່າດ້ວຍຜູ້ອາຍຸສູງ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ອາຍຸສູງ, ຂອບວຽກພາກພື້ນແລະແຜນປະຕິບັດງານເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ວ່າດ້ວຍການສ້າງຄວາມເຂັ້ມແຂງໃນການປົກປ້ອງສັງຄົມແລະ ສົນທິສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດໂດຍສະເພາະແມ່ຍິງແລະເດັກນ້ອຍ.
          ກອງປະຊຸມ ຍັງໄດ້ພິຈາລະນາ​-ຮັບຮອງບົດລາຍງານ ກອງປະຊຸມເຈົ້າໜ້າທີ່ອາວຸໂສ​​ແຮງງານ ອາ ຊຽນ ຄັ້ງທີ 11 ​ແລະ 12 ທີ່ຈັດຂຶ້ນຢູ່ປະເທດຟີລິບປິນໂດຍສະເພາະແມ່ນບົດແນະນຳອາຊຽນ ກ່ຽວກັບຫລັກການການຮັບປະກັນຄຸນນະພາແລະ ຮັບຮູ້ລະບົບການຢັ້ງຢືນມາດຕະຖານ ສືມືແຮງງານ, ບົດແນະນຳສຳລັບຄວາມຮັບຜິດຊອບຂອງບໍລິສັດ ຕໍ່ສັງຄົມກ່ຽວກັບແຮງານ, ​ໂຄງປະກອບແລະ ການບໍລິ ການຂອງວຸດທິການສຶກສາອາຊຽນ; ​ພ້ອມນີ້ໄດ້ຮັບຮອງແຜນງານລັດ ຖະມົນຕີແຮງງານອາຊຽນ,​ ແຜນງານຂອງຄະນະກຳມະການຈັດຕັ້ງປະຕິບັດ ຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງແລະ ຄຸ້ມຄອງສິດທິຂອງແຮງງານເຄື່ອນຍ້າຍແລະແຜນປະຕິບັດງານສຸຂະ ພາບແລະ ຄວາມປອດໄພອາຊຽນ 2016-2020, ພ້ອມທັງໄດ້ຮັບຊາບບາງຫລັກການຂອງຮ່າງນິຕິກຳກ່ຽວຂ້ອງ ທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ​​ແຮງງານອາຊຽນໄດ້ຕັ້ງຂຶ້ນ.

          ທ່ານ ລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ ກໍຄືປະທານລັດຖະມົນຕີແຮງງານອາຊຽນໄດ້ສະແດງຄວາມເຊື່ອໝັ້ນວ່າ: ການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າແລະເປັນທຳໃນອາຊຽນ​. ຈະປະກອບສ່ວນສຳຄັນໃນການຈັດຕັ້ງຜັນຂະຫຍາຍວິໄສທັດອາຊຽນຮອດປີ 2025 ​ແລະເປົ້າໝາຍການພັດທະນາແບບຍືນຍົງ ຫລັງປີ 2015 ຂອງອົງການສະຫະປະຊາຊາດ ກ່ຽວກັບການສົ່ງເສີມການເຕີບໂຕຂອງເສດຖະກິດທຸກດ້ານທີ່ຍືນຍົງແລະ ການຈ້າງງານ, ນັບທັງຜະລິດຕະພາບແຮງງານຢ່າງເຕັມສ່ວນແລະ ການເຮັດວຽກທີ່ມີຄຸນຄ່າ-​ເປັນທຳ ສຳລັບທຸກຄົນໃຫ້ມີປະສິດທິຜົນຢ່າງແທ້ຈິງ.

No comments:

Post a Comment