Ad

Ad

17 May 2016

ການ​ກໍ່ສ້າງ​ເສັ້ນທາງ​ແຕ່​ໄຟ​ແດງ​ດົງ​ໂດກ​-ຕານ​ມີ​ໄຊ​ຄືບ​ໜ້າ​ຫລາຍ​ກວ່າ 70%

           ການກໍ່ສ້າງເສັ້ນທາງເບຕົງແຕ່ສີ່ແຍໄຟແດງດົງໂດກ-​ໄຟແດງຕານມີໄຊ​,​ ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຊຶ່ງໄລຍະທາງຍາວ 2,5 ກິໂລແມັດມີຄວາມຄືບໜ້າຫລາຍກວ່າ 70% ​ແລະ ຈະເປີດໃຫ້ລົດແລ່ນສັນຈອນສອງຝາກທາງໃນເດືອນມິຖຸນານີ້.

            ທ່ານ ຫຸມພັນ ພະດວງເດດ ຜູ້ຮັບພິຊອບ​​ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວໃຫ້ຮູ້ວ່າ: ​ເສັ້ນ ທາງດັ່ງກ່າວມີວາມຍາວ 2,5 ກິໂລແມັດ, ກວ້າງ 25 ​ແມັດ, ປູເບຕົງໜາ 23 ຊັງຕີແມັດ, ມີມູນຄ່າກໍ່ສ້າງຫລາຍກວ່າ 10 ລ້ານໂດລາສະຫະລັດ,​ ໂດຍແມ່ນບໍລິສັດວິສະວະກໍາຢູນນານເປັນຜູ້ລົງທຶນແລະ ຮັບເໝົາກໍ່ສ້າງ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງແມ່ນແຕ່ຕົ້ນປີ 2015 ​ແລະ ມາຮອດປັດຈຸບັນ​​ເຫັນວ່າມີຄວາມຄືບໜ້າຫລາຍກວ່າ 70% ​ໂດຍສະ
ເພາະແມ່ນການເລັ່ງປູເບຕົງຝາກເບື້ອງບ້ານຊ້າງຄູ້ໃຫ້ສໍາເລັດພາຍໃນເດືອນນີ້ແລະ ຄາດວ່າຈະສາມາດເປີດ​​ໃຫ້ລົດສັນຈອນໄປມາສອງຝາກທາງໄດ້ໃນທ້າຍ ເດືອນມິຖຸນານີ້. ສ່ວນສັງຄົມມີຄວາມສົນໃຈວ່າ​​ເສັ້ນທາງດັ່ງກ່າວມີພາຫະນະສັນຈອນໄປມາເປັນຈໍານວນຫລາຍເປັນຫຍັງຈຶ່ງເຮັດຄູກາງທາງກວ້າງແທ້? ທ່ານຫົວໜ້າຮັບພິຊອບ​​ໂຄງການຕອບວ່າ: ການເຮັດຄູກາງທາງໃຫຍ່ກໍເພື່ອໃຫ້ລົດທີ່ຈະລ້ຽວກັບໃນຈຸດລ້ຽວມີຄວາມສະດວກປອດໄພດີ.

No comments:

Post a Comment