Ad

Ad

17 May 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ​ ຢ້ຽມຢາມ ສສ ຫວຽດນາມຢ່າງ​ເປັນ​ທາງ​ການ


          ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ​ແຫ່ງສາທາລະນະ​ລັດສັງຄົມ​ນິຍົມ ຫວຽດນາມ, ສະຫາຍ ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີແຫ່ງສາ ທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ໄດ້​ເດີນ ທາງ​ຢ້ຽມຢາມ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 15-17 ພຶດສະພານີ້, ​ເພື່ອ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງສອງ​ປະ​ເທດລາວ ​ແລະ ຫວຽດນາມ.
            ​ໃນ​ວັນ​ທີ 15 ພຶດສະພາທີ່ສໍານັກງານ​ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ, ທ່ານນາ ຍົກລັດຖະມົນຕີ​ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ ທ່ານ ຫງວຽນ ຊວັນ ຟຸກ
ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ຢ່າງ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ສົມ​ກຽດ. ຈາກ​ນັ້ນ​ ໄດ້​ຈັດ​ການ​ພົບ​ປະ​ສອງ​ຝ່າຍ​ຂຶ້ນລະ​ຫວ່າງສອງນາຍົກລັດຖະມົນຕີ.​ ໃນ​ການ​ພົບ​ປະສອງ​ຝ່າຍສະຫາຍ ຫງວຽນ ຊວັນ ຟຸກ ໄດ້ຕີລາຄາສູງຕໍ່ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ ທີ່ໄດ້ຮັບການເລືອກຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງການນໍາ ພັກ-ລັດ ກໍຄືປະຊາຊົນລາວ, ສະຫາຍ ​ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ​ແລະ ຮູ້ສຶກ​ເປັນກຽດ ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ ແຫ່ງ ສປປ ລາວ ​ເດີນທາງ​ຢ້ຽມຢາມ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ວຽກງານ​ການ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດພາຍຫລັງ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​​ເພີ່ມ​ທະວີສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ນັ້ນ​ໃຫ້​ນັບ​ມື້ມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.
           ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ເຫັນ​ດີ​ສືບຕໍ່ປະຕິບັດບັນ​ດາ​ຂໍ້​ຕົກລົງ 2 ກົມ​ການ​ເມືອງ ​ແລະ ບົດບັນ ທຶກຄັ້ງ​ທີ 38 ຂອງ​ຄະນະ​ກຳ​ມາ​ທິການ​ຮ່ວມມືລະຫວ່າງ​ສອງ​ລັດຖະບານ, ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ ​ເພື່ອ​ພ້ອມ​ກັນ​ສະກັດ​ກັ້ນ​​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ, ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມືທາງ​ດ້ານ​ການ​ສຶກສາ, ວັດ​ທະນະ​ທຳ-​ສັງຄົມ, ດ້ານວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ພິ​ເສດ​ປີ 2017 ​ສອງ​ປະ​ເທດ​ຈະ​ໄດ້​ຮ່ວມ​ກັນ​ສະ​​ເຫລີມສະຫລອງ 2 ວັນ​ປະຫວັດ ສາດ ຄື: ຄົບຮອບ 55 ປີແຫ່ງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດລາວ-ຫວຽດນາມ ​ແລະ ວັນ​ຄົບຮອບ 40 ປີ​ແຫ່ງ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງລາວ-ຫວຽດນາມ, ​ການ​ຮ່ວມ​ມື​ໃນ​ຂອບ​ແມ່ນ້ຳຂອງ, ການ​ຮ່ວມ​ມື​ໃນ​ພາກພື້ນ ​ແລະ ສາກົນ. ນອກ​ນັ້ນສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ບັນ ຫາ​ສາກົນ​ທີ່​ພົ້ນ​ເດັ່ນທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.
           ໂອກາດ​ຢ້ຽມຢາມ ສສ ຫວຽດນາມຄັ້ງນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ເຂົ້າ​ຢ້ຽມ

ຂໍ່ານັບສະຫາຍ ຫງວຽນ ຟູ້ ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດ ນາມ, ເຂົ້າ​ຢ້ຽມຂໍ່ານັບສະຫາຍ ເຈິ​ນ ດາຍກວາງ ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ, ພົບ​ປະ​ກັບສະຫາຍນາງ ຫງວຽນ ທິ ກີ​ມ ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ສສ ຫວຽດນາມ, ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງສະຫາຍປະທານ​ສະມາຄົມ​ມິດຕະພາບຫວຽດນາມ-ລາວ ​​ແລະ ​ໄດ້​ພົບ​ປະ​ກັບ​ບັນດາ​ສະຫາຍອະດີດ​ການນຳ ສສ ຫວຽດນາມ ເຊັ່ນ: ສະຫາຍ ​ເຈືອງ ​ເຕິ​ນ ຊາງ ອະດີດ​ປະທານ​ປະ​ເທດ, ສະຫາຍ ຫງວຽນ ​ເຕິ​ນ ຢຸ້ງ​ ອະດີດ​ນາຍົກລັດຖະມົນຕີ ແລະ ສະຫາຍ ເລ ແທັງ ຫາຍ​ ອະດີດ​ເລຂາ​ພັກ​ນະຄອນ​ໂຮ່ຈິ​ມິງ.

No comments:

Post a Comment