Ad

Ad

18 May 2016

ລົດຈັກ​ຕຳ​ກັນ​ຢ່າງ​ແຮງ​ ​ຢູ່​ເຂດບ້ານ​ໂນນ​ສະອາດ

          ​ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ເວລາປະມານ 11:00 ​ໂມງຂອງວັນທີ 17 ພຶດສະພານີ້, ​ໄດ້ເກີດເຫດລົດຈັກຕຳກັນຢ່າງແຮງ, ຢູ່​​ເຂດບ້ານໂນນສະອາດເມືອງໄຊທານີ ນະຄອນຫລວງວຽງຈັນ ສົ່ງຜົນໃຫ້ຜູ້ຂັບລົດຈັກທັງສອງເສຍຊີວິດຄາທີ່ຄື: ທ້າວເຂັມພອນ ອາຍຸ 21 ປີ, ຢູ່ບ້ານແລະ ເມືອງດັ່ງກ່າວ ແລະທ້າວ ໝັ້ນ ອາຍຸ 17 ປີ, ຢູ່ບ້ານດ່ານຊ້າງເມືອງໄຊທານີ ນະຄອນຫລວງວຽງຈັນ, ຍ້ອນປະໝາດໃນການຂັບຂີ່, ຂີ່ລົດໄວເກີນຂອບເຂດ.

No comments:

Post a Comment