Ad

Ad

18 May 2016

ອຸຕຸ​ເຕືອນ​ໄລຍະ​ນີ້​ໃຫ້​ລະວັງ​ລົມ​ພະຍຸ​ລະດູ​ຮ້ອນ

          ກົມອຸຕຸນິຍົມແລະ ອຸທົກກະສາ​ ​ໃຫ້ຮູ້ວ່າ: ວັນທີ 18 ພຶດສະພານີ້, ບໍລິເວນຄວາມກົດດັນສູງຂອງອາກາດເຢັນຍັງຈະປົກຄຸມຢູ່ແຂວງພາກເໜືອ ດ້ານຕາເວັນອອກຂອງລາວແລະ ຄວາມກົດດັນອາກາດຕ່ຳຍັງຈະປົກຄຸມຢູ່ແຂວງພາກເໜືອດ້ານຕົກລົງຫາພາກກາງແລະ ພາໃຕ້ຂອງລາວ, ສົມ ທົບກັບສອງກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກເໜືອຫາພາກກາງ, ສ່ວນພາກໃຕ້ກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ​ເຊິ່ງຈະເຮັດໃຫ້ອາກາດຍັງຮ້ອນເອົ້າ, ​ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງແລະ ພາໃຕ້ພ້ອມມີໝອແຫ້ງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


          ​ຢູ່ພາກເໜືອດ້ານຕາເວັນອອກ: ອຸນຫະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 28-30 ອົງ ສາ. ພາກເໜືອດ້ານຕາເວັນຕົກ: ອຸນຫະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 31-33 ອົງສາ. ນະຄອນຫລວງວຽງຈັນ: ອຸນຫະພູມຕ່ຳສຸດ 26-28 ອົງສາແລະ ສູງສຸດ 36-38 ອົງສາ, ພາກກາງ: ອຸນຫະພູມຕ່ຳສຸດ 26-28 ອົງສາແລະ ສູງສຸດ 37-39 ອົງສາ. ພາກໃຕ້: ອຸນຫະພູມຕ່ຳສຸດ 26-28 ອົງສາ​ ​ແລະ ສູງສຸດ 36-38 ອົງສາ. ດັ່ງນັ້ນ ຈຶ່ງເຕືອນປະຊາຊົນໃຫ້ມີສະຕິລະວັງຕໍ່ສະພາບອາກາດທີ່ມີການປ່ຽນແປງໄວວາສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດລ້ຽງແລະໃຫ້ກວດກາເບິ່ງອຸປະ ກອນໄຟຟ້າພາຍໃນເຮືອນເພື່ອຫລີກລ້ຽງບໍ່ໃຫ້ເກີດອັກຄີໄພໄດ້ງ່າຍ, ພ້ອມທັງໃຫ້ລະວັງຕໍ່ສະພາບ​​ຝົນຕົກຟ້າຄະນອງແລະ ລົມແຮງໃນໄລຍະນີ້ນຳດ້ວຍ.

No comments:

Post a Comment