Ad

Ad

18 May 2016

ພິຊຊາສາຂາລາວກຽມສະຫຼອງວັນເກີດຄົບຮອບ 6 ປີແຈກລາງ ວັນໃຫຍ່ໃຫ້ລູກຄ້າ


        ວັນທີ 16 ​ພຶດສະພານີ້, ຮ້ານເດີພິຊຊາ ຄອມປານີ ( The PIZZA  Company ) ສາຂາປະເທດລາວຢູ່ສູນການຄ້າວຽງຈັນເຊັນເຕີໄດ້ຈິດກິດຈະກຳສົ່ງເສີມການຕະຫຼາດ ດ້ວຍການແຈກຂອງລາງວັນໃຫຍ່ໃຫ້ລູກຄ້າເນື່ອງໃນໂອກກດສະເຫຼີມສະຫຼອງເປີດຮ້ານຄົບຮອບ 6 ປີ, ໂດຍການເຂົ້າຮ່ວມຂອງທ່ານແມັດທິວ ອຳນວຍການໃຫຍ່ຮ້ານດັ່ງກ່າວ, ພ້ອມດ້ວຍພະນັກງານແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫຼາຍ.

          ຝ່າຍການຕະຫຼາດຂອງຮ້ານພິຊຊ່າໃຫ້ຮູ້ວ່າ: ​ເພື່ອເປັນການສະ​​ເຫຼີມສະຫຼອງວັນເປີດຮ້ານຄົບຮອບ 6 ປີຢູ່ລາວ, The PIZZA  Company ຈຶ່ງໄດ້ຈັດກິດຈະກຳພິເສດເພື່ອແຈກໂຊກໃຫຍ່ໃຫ້ກັບລູກຄ້າຄື: ຊື້
ພິຊຊາ 1 ຖາດແຖມອິກ 1 ຖາດ ທຸກໜ້າ, ທຸກຂອບ ແລະ ທຸກສາຂາ ນັ້ບແຕ່ວັນທີ 16 ພຶດສະພາຈົນເຖິງ 26 ມິຖຸນານີ້ ແລະ ລູກຄ້າທີ່ມາຮັບປະທານພິຊຊາ ທຸກສາຂາຈະໄດ້ຮັບຄູປອງ 1 ໃບຕໍ່ຄັ້ງ, ໂດຍຈະຈັບສະຫຼາກແຈກລາງວັນໃນວັນທີ 25 ມິຖຸນານີ້, ຊື່ງປະກອບມີລາງວັນທີ 1 ລົດໃຫຍ່ ຟອດເຟຍສ໌ຕ້າ 1 ຄັນ, ນອກນີ້ຍັງມີປີຍົນ Bangkok Airways ​ໄປກັບ ວຽງຈັນ - ພູເກັດແລະ ວຽງຈັນ - ສະມຸຍ ປີ້ລະ 2 ບ່ອນນັ່ງແລະ ລາງວັນອື່ນໆ, ສຳລັບຮ້ານພິຊຊາສາຂາປະເທດລາວຖືເປັນສາຂາທີ່ຂາຍດີທີ່ສຸດໃນທົ່ວໂລກ, ປັດຈຸບັນມີ 5 ສາຂາແລ້ວຢູ່ນະຄອນຫຼວງວຽງຈັນຄື: ສາຂາບ້ານສີຫອມ (ຂ້າງຫໍວັດທະນະທຳ), ສາຂາບ້ານໂພນສີນວນ, ສາຂາດົງໂດກເລະ ສາຂາສູນການຄ້າວຽງຈັນເຊີເຕີ ແລະ ສາຂາບ້ານສວນມອນ.

No comments:

Post a Comment