Ad

Ad

18 May 2016

EU ສະຫຼອງວັນສາກົນເພື່ອຕໍ່ຕ້ານການຈໍາແນກກຸ່ມຄົນຮັກເພດດຽວກັນ(IDAHO)

           ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ, ໄດ້ຈັດງານລ້ຽງເພື່ອສະຫຼອງວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນ International Day against Homophobia, Transphobia and Biphobia (IDAHO) ຂຶ້ນໃນຄໍ່າຄຶນວັນທີ 17 ພຶດສະພານີ້ທີ່ສານັກງານຕົນ ແລະ ເປັນປີທີ 2 ຕິດຕໍ່ກັນໃນລາວ, ໂດຍການເຂົ້າຮ່ວມຂອງທ່ານອຸປະທູດອີຢູ ມີແຊນ ໂກແຟງ, ມີບັນດາທູຕານຸທູດ, ອົງການຈັດຕັ້ງທາງສັງຄົມ.
          ພິທີດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກຳຈັດຂຶ້ນໂດຍສະຫະພາບເອີຣົບໃນທົ່ວໂລກ ເພື່ອສະ ແດງອອກເຖິງຄວາມໝຸ້ງໝັ້ນອັນຕໍ່ເນື່ອງ ແລະ ແຂງແຮງໃນການຢຸດຕິທຸກຮູບການຈຳແນກ ແລະ ການນຳໃຊ້ຄວາມຮຸນແຮງຕໍ່ກຸ່ມຄົນທີ່ຮັກເພດດຽວກັນ.

          ທ່ານ ອຸປະທູດ ມີແຊນ ກ່າວວ່າ: ໃນຫຼາຍສະຖານທີ່ການຈຳແນກ ແລະ ໃຊ້ຄວາມຮຸນແຮງຍັງເກີດຂຶ້ນກັບກຸ່ມຄົນຮັກເພດດຽວກັນທຸກໆວັນ.ອີຢູ ຂໍຮຽກຮ້ອງໄປຍັງທຸກປະເທດໃນທົ່ວໂລກໃຫ້ປະຕິ ບັດຕາມຄຳໝັ້ນສັນຍາສາກົນຂອງຕົນວ່າດ້ວຍສິດທິມະນຸດ, ປະຕິເສດທຸກແນວຄິດຄັບແຄບ ແລະ ປະ ກອບສ່ວນເຂົ້າໃນການສົ່ງເສີມຄວາມເທົ່າທຽມຕາມທີ່ລະບຸໄວ້ໃນຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ແລະ ຜ່ານສ່ອງທາງກົນໄກອື່ນໆ ແລະ ເນື່ອງໃນໂອກາດນີ້, ອີຢູ ຍັງປາຖະໜາທີ່ຈະ ສະແດງຄວາມຊົມເຊີຍຕໍ່ກັບຄວາມພະຍາຍາມອັນກ້າຫານໃນການສົ່ງເສີມສິດທິ ເຊິ່ງຈັດຕັ້ງປະຕິບັດໂດຍນັກປົກປ້ອງສິດ, ນັກເຄື່ອນໄຫວ, ສື່ມວນຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອແກ້ໄຂບັນຫາການໃຊ້ຄວາມຮຸນແຮງທີ່ບັນດາກຸ່ມຄົນ ຮັກເພດດຽວກັນພວມປະເຊີນຢູ່.

           ວັນທີ 17 ພຶດສະພາຂອງທຸກໆປີ ໄດ້ຖືວ່າເປັນວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນທີ່ຮັກເພດດຽວກັນ ແລະ ຖືເອົາວັນດັ່ງ ເພື່ອເປັນບ່ອນອິງໃນການຈັດງານລະ ດັບສາກົນ ເພື່ອປຸກລະດົມຄວາມຮັບຮູ້ກ່ຽວກັບການລະເມີດສິດທິກຸ່ມຄົນທີ່ຮັກເພດດຽວກັນ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານດ້ານສິດທິກຸ່ມຄົນທີ່ຮັກເພດດຽວກັນໃນທົ່ວໂລກ.

No comments:

Post a Comment