Ad

Ad

18 May 2016

ກະຊວງພາຍໃນແນະນຳການຜັນຂະຫຍາຍວິໄສທັດຂອງຂະແໜງຕົນ

​ 
          ທ່ານ ຄຳໝັ້ນ ສູນວິເລິດ ລັດຖະມົນຕີກະຊວງພາຍໃນໄດ້ມີຄໍາເຫັນໃນກອງປະຊຸມເຊື່ອມຊຶມແລະ ຜັນຂະຫຍາຍວິໃສທັດຮອດປີ 2030, ຍຸດທະສາດພັດທະນາໄລຍະ 10 ປີ (2015-2025), ​​ແຜນການ 5 ປີ (2016-2020) ຂອງຂະແໜງພາຍໃນແລະ ນິຕິກຳໃນຂົງເຂດບໍລິຫານລັດທີ່ຈັດຂຶ້ນແຕ່ວັນທີ 17-19 ພຶດສະພານີ້ວ່າ: ​ເພື່ອເຮັດໃຫ້ວິ​​ໃສທັດຂອງຂະແໜງການພາຍໃນປະກົດຜົນເປັນຈິງແລະເປັນຮູບປະທຳນັ້ນ ພວກເຮົາຕ້ອງໄດ້ເອົາໃຈໃສ່ບາງບັນຫາຕົ້ນຕໍຄື: ການປັບປຸງກົງຈັກການ ຈັດຕັ້ງຂອງລັດ, ນິຕິກຳແລະ ລະບຽບການບໍລິຫານທຸກຂັ້ນໃຫ້ແທດເໝາະ, ສອດຄ່ອງກັບເງື່ອນໄຂໃນອີກ 10 ຫລື 15 ປີຂ້າງໜ້າ, ກົງຈັກການຈັດຕັ້ງຕ້ອງກະທັດຮັດ, ​ເຂັ້ມແຂງ, ​ເຄື່ອນໄຫວມີປະສິດ ທິພາບ, ມີສະຖຽນລະພາບ, ສາມາດປະສານ-​ເຊື່ອມ​​ໂຍງເຂົ້າປະຊາຄົມໃນພາກພື້ນ, ປັບປຸງວຽກງານລັດຖະກອນເຊິ່ງຖືເປັນກຳລັງແຮງສຳຄັນ,​ ເປັນທຶນຮອນອັນປະເສີດຂອງຊາດ, ​ແນວທາງນະ​​ໂຍບາຍຂອງພັກ-ລັດຖະ ກອນຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ ພະນັກງານ-​ລັດຖະກອນທຸກຂະ​​ແໜງຕ້ອງມີວິຊາສະເພາະ, ຄວາມຮູ້ - ຄວາມສາມາດ ທີ່ແນ່ນອນເພື່ອຮັບໃຊ້ປະຊາຊົນໃຫ້ທົ່ວເຖິງ, ມີຄຸນນະພາ, ປັບປຸງເຕັກນິກການຄຸ້ມຄອງໂດຍຖືເອົາວຽກງານຄຸ້ມຄອງເອກະສານ - ການສຳເນົາເປັນວຽກເຕັກນິກດ້ານການປົກຄອງໜຶ່ງທີ່ມີຄວາມສຳຄັນໃນການປົກປັກຮັກສາຂໍ້ມູນສຳຄັນທີ່ເປັນປະຫວັດສາດທາງດ້ານການເມືອງ, ​ເສດຖະກິດ, ວັດທະນະທຳ-​ສັງຄົມເພື່ອຄົ້ນຄວ້ານຳໃຊ້ເປັນຫລັກຖານຂໍ້ມູນອ້າງອີງຕ່າງໆແລະ ບັນຫາສຸດທ້າຍແມ່ນເອົາໃຈໃສ່ການປັບປຸງລະບົບແລະ ກົນໄກການສະໜອງການບໍລິການຂອງລັດ ເພື່ອການປົກຄອງທີ່ດີ ດ້ວຍການສ້າງລັດຂອງປະຊາຊົນໂດຍປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນບັນຫາທີ່ສຳຄັນແມ່ນຈະຕ້ອງໄດ້ເອົາໃຈໃສ່ປັບປຸງການບໍລິການຂອງລັດແກ່ປະຊາຊົນໃຫ້ດີແລະ ທົ່ວເຖິງເພື່ອເຮັດແນວໃດໃຫ້ປະຊາຊົນເກີດຄວາມເພິ່ງພໍໃຈແລະເຂົ້າເຖິງການບໍລິການຂອງລັດ, ​ໃຫ້ປະຊາຊົນຫັນມາໃຊ້ການບໍລິການຂອງລັດໃຫ້ຫລາຍຂຶ້ນ.

           ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີສະພາບລວມວິໃສທັດຮອດປີ 2030, ຍຸດທະສາດພັດທະນາໄລຍະ 10 ປີ (2015-2025), ​​ແຜນການ 5 ປີ (2016-2020) ຂອງຂະແໜງພາຍໃນ, ລັດຖະທຳມະນູນ (ສະບັບປັບປຸງປີ 2015), ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງປີ 2015), ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ - ລັດຖະກອນແຫ່ງສປປ ລາວ, ຄວາມຮັບຜິດຊອບລະຫວ່າງກະຊວງພາຍໃນກັບກະຊວງປ້ອງກັນຄວາມສະຫງົບກ່ຽວກັບວຽກງານຄຸ້ມຄອງພົນລະເມືອງ, ຄວາມຮັບຜິດຊອບລະຫວ່າງກະຊວງພາຍໃນກັບສູນກາງແນວລາວສ້າງຊາດໃນວຽກງານຊົນເຜົ່າ - ສາສະໜາແລະ ກະຊວງພາຍໃນ ກັບ ຄະນະຈັດຕັ້ງສູນກາງພັກກ່ຽວກັບວຽກງານຄຸ້ມຄອງລັດຖະກອນ.

No comments:

Post a Comment