Ad

Ad

18 May 2016

ສະພາ​ຫາລື​ຫລາຍບັນຫາ​ສຳຄັນພື້ນຖານຂອງຊາດ

          ໃນວັນທີ 17 ພຶດສະພານີ້, ສະພາແຫ່ງຊາດ ແລະບັນດາກະຊວງກ່ຽວຂ້ອງຈໍານວນໜຶ່ງໄດ້ຈັດກອງປະຊຸມປຶກສາຫາລືບັນຫາສຳຄັນພື້ນຖານຕ່າງໆຂອງຊາດຄື: ແຜນການສ້າງແລະ ປັບປຸງກົດໝາຍ 5 ປີຂອງບັນດາກະຊວງ​ ​ແລະ ຂະແໜງການທີ່ກ່ຽວຂ້ອງ, ​ແຜນໂຄງການລົງທຶນຂະໜາດໃຫຍ່, ​ແຜນການ, ​ວິທີການແລະ ມາດຕະການລະອຽດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ( 2016-2020) ຂອງບັນດາກະຊວງ, ກົນໄກການປະສານງານແລະ ວິທີການເຮັດວຽກລະຫວ່າງກຳມາທິການເສດຖະກິດ, ​ເຕັກໂນໂລຊີແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດແລະ ບັນດາກະຊວງ ເພື່ອເພີ່ມທະວີຄວາມເອົາໃຈໃສ່ແລະເປັນເຈົ້າການໃນການຫ້າງຫາກະກຽມຈັດກອງປະຊຸມທົບທວນຄືນແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາກົດໝາຍ, ລະບຽບການຕ່າງໆ
ຂອງຂະແໜງການຕົນໃນໄລຍະຜ່ານມາວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ, ສິ່ງທ້າທາຍຄືແນວໃດ, ມີມາດຕາໃດຂອງກົດໝາຍ, ລະບຽບການທີ່ປະ ຕິບັດບໍ່ໄດ້ແລະ ບໍ່ມີຜົນສັກສິດ,ພ້ອມທັງສະເໜີ ​​ໃຫ້ບັນດາກະຊວງເຊີນ​​ເອົາພະແນກການຕ່າງໆຂອງແຂວງໃນຂອບເຂດທົ່ວປະເທດເຂົ້າມາທົບທວນແລະ ຮ່ວມປຶກສາຫາລືຮ່ວມກັນ​.

           ກອງປະຊຸມດັ່ງກ່າວພ່ຍໃຕ້ການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ​ເຕັກໂນໂລຊີ, ສິ່ງແວດລ້ອມ, ວັດທະນະທຳ-ສັງຄົມແລະ ການຕ່າງປະເທດ, ມີບັນດາຄະນະປະຈຳສະພາແຫ່ງຊາດ, ລັດຖະມົນຕີ, ຫົວໜ້າກົມເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment