Ad

Ad

18 May 2016

ນາຍົກລັດຖະມົນຕີຫ້າມຂຸດຄົ້ນ ແລະ ສົ່ງອອກໄມ້ທຳມະຊາດທຸກປະເພດ

           ເພື່ອເພີ່ມທະວີການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການທຸລະກຳໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ລັດ ຖະບານໄດ້ວາງອອກໃຫ້ມີຄວາມສັກສິດ ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ດ້ານຕ່າງໆໃນຂົງເຂດວຽກງານປ່າໄມ້ໃຫ້ຫລຸດລົງ ແລະ ໝົດໄປເທື່ອລະກ້າວ.     ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວ ຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດ ຊອບໃນການປະຕິບັດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ໄດ້ກຳນົດອອກ ໂດຍສະເພາະແມ່ນກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວ ຂ້ອງກັບການຄຸ້ມຄອງປ່າໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ຄືໃຫ້ຢຸດເຊົາການສົ່ງອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ,
ຮາກໄມ້ ຫລື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະ ໄມ້ຍືນຕົ້ນ ຫລື ໄມ້ປະດັບທີ່ຂຸດຄົ້ນອອກຈາກປ່າທຳມະຊາດໄປຕ່າງປະເທດໃນທຸກກໍລະນີຢ່າງເດັດຂາດລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດຜ່ານມາແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ໃຫ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບຕາມມາດຕະຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກແລ້ວຈຶ່ງອະນຸຍາດໃຫ້ສົ່ງອອກ. ຫ້າມນຳໄມ້ ແລະ ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະ ບຽບການຈາກຕ່າງປະເທດມາຜ່ານ ເພື່ອສົ່ງໄປຂາຍປະເທດທີສາມ. ໃຫ້ສືບຕໍ່ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 5 ພະຈິກ 2013 ວ່າດ້ວຍຢຸດເຊົາຊົ່ວຄາວການຂຸດຄົ້ນໄມ້ຈາກເຂດປ່າຜະລິດ ແລະ ໃຫ້ສືບຕໍ່ສ້າງແຜນຈັດສັນປ່າຜະລິດໃຫ້ສຳເລັດ ແລ້ວລາຍງານລັດຖະບານເພື່ອພິຈາລະນາ. ສຳລັບການຂຸດຄົ້ນໄມ້ອອກຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ແລວບຸກເບີກກໍ່ສ້າງເສັ້ນທາງໃໝ່, ເຂດກໍ່ສ້າງເຂື່ອນໄຟຟ້າ, ເຂດທີ່ມີນ້ຳຖ້ວມ, ເຂດຂຸດຄົ້ນແຮ່ທາດ ແລະ ອື່ນໆ ແມ່ນໃຫ້ມີການສຳຫລວດ, ຂຶ້ນບັນຊີຈຳນວນ ແລະ ບໍລິມາດໄມ້ໃຫ້ລະອຽດແລ້ວຈຶ່ງສະເໜີລັດຖະບານພິຈາລະນາເພື່ອສັງລວມເຂົ້າແຜນຂຸດຄົ້ນໄມ້ປະຈຳປີ ແລ້ວສະເໜີສະພາແຫ່ງຊາດພິຈາ ລະນາ. ກໍລະນີທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນແມ່ນຕ້ອງໄດ້ມີການຄຸ້ມຄອງ, ກວດກາການຕັດໄມ້ຢ່າງເຂັ້ມງວດຕາມຈຳນວນ, ບໍລິມາດໄມ້ ແລະ ຂອບເຂດທີ່ໄດ້ຮັບອະນຸຍາດ. ຖ້າຫາກມີການຕັດເກີນຈຳນວນ ຫລື ຕັດຢູ່ນອກເຂດທີ່ໄດ້ຮັບອະນຸຍາດແມ່ນໃຫ້ດຳເນີນການຢຶດ, ປັບໄໝ ພ້ອມທັງດຳເນີນຄະດີຕາມກົດໝາຍ. ຫ້າມອະນຸຍາດໃຫ້ຜູ້ພັດທະນາໂຄງການ ຫລື ຫົວໜ່ວຍຮັບເໝົາກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເປັນຜູ້ດຳເນີນການຂຸດຄົ້ນໄມ້, ລັດເປັນຜູ້ຮັບຜິດຊອບໂດຍກົງໃນການຂຸດຄົ້ນ ແລະ ຂາຍໄມ້. ຫ້າມບໍ່ໃຫ້ເອົາໄມ້ຊຳລະໂຄງການພັດທະນາພື້ນຖານລ່າງໂດຍກົງ ຫລື ການເອົາໄມ້ຕຸບໂຄງການ. ໃນເຂດພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ເຂດຂຸດຄົ້ນແຮ່ທາດ ແລະ ເນື້ອທີ່ທຳການຜະລິດຕ່າງໆ ທີ່ລັດຖະບານຍັງບໍ່ທັນອະນຸມັດ ແມ່ນຫ້າມບໍ່ໃຫ້ດຳເນີນການສຳຫລວດ ແລະ ຂຸດຄົ້ນໄມ້ຢ່າງເດັດຂາດ. ໃຫ້ຢຸດເຊົາການສະເໜີ ແລະ ອະນຸຍາດເກັບກູ້, ທ້ອນໂຮມໄມ້ກິ່ງງ່າ, ໄມ້ທ່ອນສັ້ນ, ໄມ້ນອນຂອນຕາຍ ແລະ ບໍ່ອະນຸຍາດໃຫ້ເອົາໄມ້ແກ້ໄຂນະໂຍບາຍໃຫ້ບຸກຄົນໃດໜຶ່ງ. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນກວດກາ ແລະ ເກັບກຳຂໍ້ມູນລະອຽດ: ຈຳນວນ, ບໍລິມາດໄມ້ ແລະ ພັນທະຄ້າງຢູ່ສະໜາມ 2 ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຈາກລັດຖະບານໃນໄລຍະຜ່ານມາ ເພື່ອລາຍງານລັດຖະບານພິຈາລະນາ ໂດຍມອບໃຫ້ຂະແໜງການທີ່ກ່ຽວຂ້ອງປະມູນຂາຍໃຫ້ແກ່ສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນິເຈີລາວ ຫລື ຜູ້ປະກອບການອື່ນໆ ເພື່ອນຳມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ເພື່ອຂາຍຢູ່ພາຍໃນ ຫລື ສົ່ງອອກ. ສຳລັບໄມ້ທີ່ຂຸດຄົ້ນເກີນແຜນການທີ່ລັດຖະບານອະນຸມັດແມ່ນໃຫ້ຢຶດເປັນຂອງລັດ ແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ. ສ່ວນໄມ້ທີ່ຂຸດຄົ້ນໂດຍບໍ່ໄດ້ຮັບອະນຸຍາດ, ຜິດຕໍ່ລະບຽບກົດໝາຍ ແລະ ຍັງຄ້າງຢູ່ສະໜາມ1 ແມ່ນບໍ່ໃຫ້ເກັບກູ້ ຫລື ທ້ອນໂຮມອີກ ເພາະຈະເປັນຊ່ອງຫວ່າງໃຫ້ແກ່ການລັກລອບຕັດໄມ້ຕໍ່ໄປ. ການຂຸດຄົ້ນໄມ້ເພື່ອເປັນແຫລ່ງພະລັງງານ (ເຊັ່ນ: ໄມ້ຟືນ, ໄມ້ເຮັດຖ່ານ), ໄມ້ຫລັກຮົ້ວ, ໄມ້ຄ້ຳແບບແມ່ນອະນຸຍາດໃຫ້ເອົາສະເພາະຈາກເນື້ອທີ່ຄຸ້ມຄອງຂອງປະຊາຊົນ ແລະ ປ່າຊົມໃຊ້ຂອງບ້ານທີ່ໄດ້ຜ່ານການມອບດິນ-ມອບປ່າ ຫລື ເອົາຈາກເຂດກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ຮັບອະນຸມັດຈາກລັດຖະບານ ເຊິ່ງໄດ້ຜ່ານການສຳຫລວດລະອຽດ ໂດຍໃຫ້ສັງລວມເຂົ້າແຜນການຂຸດຄົ້ນໄມ້ປະຈຳປີ. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບອົງການທ້ອງຖິ່ນຄົ້ນຄວ້າ ແລະ ສົ່ງເສີມການລົງທຶນໃສ່ການຂຸດຄົ້ນໄມ້ ໂດຍນຳໃຊ້ທ່າແຮງຂອງພາກລັດ ແລະ ຜູ້ປະກອບການ ເພື່ອສ້າງໃຫ້ມີການຈັດຕັ້ງ ຫລື ກອງຂຸດຄົ້ນໄມ້ທີ່ເປັນໜ່ວຍງານເຄື່ອນໄຫວແບບວິຊາຊີບເປັນປົກກະຕິຕໍ່ເນື່ອງ, ປະ ສົມປະສານໄປກັບການປົກປັກຮັກສາ, ບູລະນະປ່າໄມ້ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນໃຈກາງສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຮີບຮ້ອນດັດສົມໂຮງງານປຸງແຕ່ງໄມ້ໃຫ້ສຳເລັດໂດຍໄວ. ພ້ອມດຽວກັນນັ້ນ ກໍໃຫ້ຊີ້ນຳສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນິເຈີປັບປຸງພາລະບົດບາດ ແລະ ກົນໄກການເຄື່ອນໄຫວວຽກງານຂອງຕົນໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດນະໂຍບາຍສົ່ງເສີມການປຸງແຕ່ງໄມ້ຢູ່ພາຍໃນໃຫ້ສາມາດສ້າງມູນຄ່າເພີ່ມ ແລະ ມີຄຸນນະພາບຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ. ໃຫ້ກະຊວງກະ ສິກຳ ແລະ ປ່າໄມ້ເປັນເຈົ້າການສົມທົບກັບກະຊວງປ້ອງກັນປະເທດ ແລະ ຂະແໜງການອື່ນໆທີ່ກ່ຽວ ຂ້ອງກວດກາລາດຕະເວນຕາມເຂດລຽບຊາຍແດນທີ່ຫລໍ່ແຫລມ, ມີການລັກຂຸດຄົ້ນໄມ້, ສະຖານ ທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ, ສາງເກັບມ້ຽນໄມ້, ໂຮງງານທີ່ນຳໃຊ້ໄມ້ເປັນພະລັງງານ ແລະ ສະຖານທີ່ກ່ຽວຂ້ອງອື່ນໆ ຕາມການລາຍງານມາແລ້ວ. ຖ້າມີການລະເມີດ ຫລື ການກະທຳຜິດ ແມ່ນໃຫ້ດຳເນີນການສືບສວນ-ສອບສວນ ເພື່ອມີມາດຕະການທາງແພ່ງ ແລະ ທາງອາຍາ, ໃນກໍລະນີຮ້າຍແຮງແມ່ນປະກອບສຳນວນຄະດີສົ່ງໄອຍະການເພື່ອສັ່ງຟ້ອງຂຶ້ນສານ. ພ້ອມດຽວກັນນັ້ນ ກໍໃຫ້ດຳເນີນການກວດກາການນຳເຂົ້າ, ການຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ເຄື່ອງມືອຸປະກອນ, ເຄື່ອງຈັກ ແລະ ພາຫະນະຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ຖ້າມີການຊຸກເຊື່ອງເພື່ອລັກລອບນຳໃຊ້ແມ່ນໃຫ້ຢຶດໄວ້ ແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ. ໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ເອົາໃຈໃສ່ປັບປຸງໜ່ວຍງານ ແລະ ບຸກຄະລາກອນຂອງຕົນທີ່ຮັບຜິດ ຊອບວຽກງານຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍໃຫ້ປະຕິບັດລະ ບຽບການປະສານສົມທົບຢ່າງກົມກຽວ, ປະຕິບັດໜ້າທີ່ຂອງໃຜລາວຢ່າງຈິງຈັງ, ເຂັ້ມງວດ ແລະ ມີຄວາມໂປ່ງໃສ, ເດັດດ່ຽວປົກປ້ອງສົ່ງເສີມຜູ້ດີມີຄວາມຊື່ສັດ ແລະ ມີຄວາມສາມາດ. ພ້ອມນັ້ນ ກໍເຂັ້ມງວດຕໍ່ບຸກຄົນບໍ່ດີທີ່ມີການສົມຮູ້ຮ່ວມຄິດສວຍໂອກາດຫາຜົນປະໂຫຍດໃຫ້ແກ່ຕົນ ແລະ ຝ່າຝືນລະ ບຽບກົດໝາຍຢ່າງເຂັ້ມງວດ. ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົບທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ອຳນາດການປົກຄອງທ້ອງຖິ່ນ ເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນເວນຍາມບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ ແລະ ຂອງທ້ອງຖິ່ນ.     ກໍລະນີພົບເຫັນປາກົດການລັກລອບຕັດໄມ້ໃນເຂດດັ່ງກ່າວ ຕ້ອງໃຊ້ມາດຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ກະທຳຜິດ. ຫ້າມບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆຢູ່ຊາຍແດນ ອະນຸຍາດ ຫລື ອຳນວຍຄວາມສະດວກໃນການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງທີ່ໄດ້ລະບຸໄວ້ໃນຂໍ້ 2 ແລະ ຂໍ້ 3 ຂອງຄຳສັ່ງສະບັບນີ້ຢ່າງເດັດຂາດ. ມອບໃຫ້ກະຊວງກະສິ ກຳ ແລະ ປ່າໄມ້ ເປັນເຈົ້າການສົບທົບກັບກະຊວງອຸດ ສາຫະກຳ ແລະ ການຄ້າ, ຂະແໜງການກ່ຽວ ຂ້ອງຕ່າງໆ ແລະ ທ້ອງຖິ່ນ ຮັບຜິດຊອບຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ  ແລະ ລາຍງານລັດຖະບານເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາຕ່າງໆທີ່ອາດເກີດຂຶ້ນໃຫ້ທັນກັບສະພາບການ. ໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນ ຫລວງວຽງຈັນ, ບັນດາເຈົ້າແຂວງໃນທົ່ວປະເທດ ຄົ້ນຄວ້າກຳແໜ້ນຄຳສັ່ງສະບັບນີ້, ພ້ອມທັງຜັນຂະຫຍາຍອອກເປັນໜ້າວຽກລະອຽດຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ກໍລະນີຂະແໜງການໃດ, ທ້ອງຖິ່ນໃດຫາກລະເມີດຕໍ່ຄຳສັ່ງສະບັບນີ້ ແມ່ນຄະນະນຳຂອງຂະແໜງການນັ້ນ ຫລື ທ້ອງຖິ່ນນັ້ນ ຕ້ອງຮັບຜິດຊອບຕໍ່ລັດຖະບານ, ຕໍ່ກົດໝາຍ ແລະ ລະບຽບ.

No comments:

Post a Comment