Ad

Ad

18 May 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳ​ເລັດ ການຢ້ຽມຢາມ ສັນ​ທະ​ວະ​ໄມ​ຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ

            ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຫງວຽນ​ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ ໄ​ດ້ຢ້ຽມຢາມ​ສັນ​ຖະ​ວະ​ໄມ​ຕີ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ແຕ່ວັນທີ 15-17 ພຶດສະພາ 2016.
            ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມພັນລະຍາແລະ ຄະນະຜູ້ແທນຂັ້ນສູງຂອງລາວ ​​ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດຈາກ ສະຫາຍ ຫງວຽນ ​ຊວັນ ຟຸກ, ​ນາຍົກລັດຖະມົນຕີ ​ແຫ່ງ​ ສສ ຫວຽດນາມ, ພ້ອມດ້ວຍຄະນະ ທັງຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມິງ.

            ໃນໄລຍະການຢ້ຽມຢາມ, ສະຫາຍ ​ທອງລຸນ ສີສຸລິດ ໄດ້ພົບປະ​ເຈ​ລະ​ຈາ​​ ກັບ ສະຫາຍ ຫງວຽນ ​ຊວັນ ຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ໄດ້ຕີລາຄາສູງຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໜັ້ນຂອງການນຳພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ. ສະຫາຍທອງລຸນ ສີສຸລິດ ກໍໄດ້ສະແດງຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມປີຕິຊົມຊຶ່ນເປັນຢ່າງຍິ່ງ ແລະ ຮູ້ສຶກເປັນກຽດ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການເຄື່ອນໄຫວວຽກງານການຕ່າງປະເທດຄັ້ງທຳອິດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເພື່ອເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນ ໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
            ພາຍຫລັງສຳເລັດການພົບປະສອງຝ່າຍສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ ເຂົ້າຮ່ວມເປັນສັກຂີພິຍານພິທີເຊັນສັນຍາ 3 ສະບັບ ຄື: ສັນຍາວ່າດ້ວຍການຮ່ວມມືລະຫວ່າງກະຊວງແຜນການ ແລະ ການລົງທຶນລາວ-ຫວຽດນາມ, ສັນຍາລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ແລະ ກະຊວງກະສິກຳປ່າໄມ້ ແລະ ພັດທະນາຊົນນະ ບົດຂອງຫວຽດນາມ ກ່ຽວກັບການປະຕິບັດໂຄງການຈັດສັນເຂດກະສິກຳຢູ່ ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ແລະ ສັນຍາຕົກລົງລະຫວ່າງ ແຂວງ ຜົ້ງສາລີ ແລະ ແຂວງດຽນບຽນ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນປະຖົມ ຢູ່ເມືອງ ບຸນເໜືອແຂວງ ຜົ້ງສາລີ ໂດຍການຊ່ວຍເຫລືອຈາກລັດຖະບານຫວຽດນາມ.
ໃນໄລຍະຢູ່ຢ້ຽມຢາມ ສສ ຫວຽດນາມ ສະຫາຍ ທອງລຸນ ສີສຸລິດ ກໍໄດ້​​ຢ້ຽມ​ຂໍ່ານັບ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຢ້ຽມຂໍ່ານັບ ສະຫາຍ ເຈີນ​ດ້າຍ​ກວາງ ປະທານ​ປະ​ເທດ ​ແຫ່ງ ​ສສ ຫວຽດນາມ, ​ໄດ້ຢ້ຽມ​ຢາມ​ພົບ​ປະ​ ສະ​ຫາຍ ຫງວຽນ ທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ; ຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ອະດີທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ແລະ ໄດ້ພົບປະກັບບັນດາສະຫາຍອະດີດການນຳຂອງ ສສ ຫວຽດນາມ ເຊັ່ນ: ສະຫາຍເຈືອງເຕິນຊາງ, ອະດີດປະທານປະເທດ, ສະຫາຍ ຫງວຽນເຕິນຢຸ້ງ, ອະດີດນາຍົກລັດຖະມົນຕີ ແລະ ສະຫາຍເລແທັງຫາຍ ອະດີີດ ເລຂາພັກນະຄອນໂຮ່ຈີມິງ.ໃນການ​ພົບ​ປະ​​ດັ່ງ​ກ່າວ​, ໄດ້​ດຳ​ເນີນ​ໄປດ້ວຍ​ບັນ​ຍາ​ກາດ​ແຫ່ງໄມຕີຈິດມິດຕະພາບ ຖານ​ສະຫາຍ ອ້າຍ​ນ້ອງອັນ​ສະ​ໜິດ​ສະ​ໜົມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງ​​​ແຕ່ລະປະເທດ, ໂດຍສະເພາະແມ່ນບັນດາຜົນສຳເລັດ ຂອງແຕ່ລະປະເທດ ໃນການສ້າງສາພັດທະນາປະເທດ ໃນໄລຍະທີ່ຜ່ານມາ.
            ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ຕີລາຄາສູງ ແລະ ມີຄວາມພາກພູມໃຈທີ່ເຫັນວ່າ ເຖິງສະພາບການໃນພາກພື້ນ ແລະ ສາກົນ ມີການຜັນແປຢ່າງຊັບຊ້ອນ, ແຕ່ການຮ່ວມມືສາຍພົວພັນພິເສດ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ການພົວພັນດ້ານການເມືອງ ສືບຕໍ່ໄດ້ມີຄວາມເລິກເຊິ່ງ, ມີການແລກປ່ຽນຢ້ຽມຢາມຂັ້ນສູງນຳກັນເປັນປົກກະຕິ, ການພົວພັນເສດຖະກິດ, ການຄ້າ, ລົງທຶນ, ສຶກສາ, ບຳລຸງສ້າງ, ວັດທະນາທຳ ແລະ ວິທະຍາສາດເຕັກໂນໂລຊີ ໄດ້ຮັບການເປີດກວ້າງ, ພວມນຳປະສິດທິຜົນມາສູ່ສອງປະເທດ.
             ການນໍາຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ໄດ້ຢືນຢັນຄືນ ກ່ຽວກັບການຈະຮ່ວມມືສືບຕໍ່ເສີມຂະ ຫຍາຍສາຍພົວພັນພິເສດ ທີ່ປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ເຄົາລົບຮັກ ໄດ້ສ້າງ ແລະ ຖະນຸຖະໜອມມານັ້ນໃຫ້ນັບມື້ແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂື້ນ, ສືບຕໍ່ສຶກສາອົບຮົມ ປະຊາຊົນສອງຊາດ, ພິເສດ ແມ່ນຄົນຮຸ່ນໜຸ່ມໃຫ້ຮູ້ກ່ຽວກັບມູນເຊື້ອຄວາມສາມັກຄີ ລາວ-ຫວຽດນາມ ຖືເປັນຄວາມຮັບຜິດ ຊອບຂອງກັນ ໃນການປົກປັກຮັກສາຕໍ່ຜົນປະໂຫຍດຂອງຊາດ ກໍຄືເພື່ອສັນຕິພາບມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

            ພາຍຫລັງສຳເລັດການຢ້ຽມຢາມສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວ ເດີນທາງເຖິງນະຄອນຫລວງວຽງຈັນໃນຕອນແລງຂອງວັນທີ 17 ພຶດສະພາ 2016 ດ້ວຍຄວາມສະຫວັດດີພາບ.

No comments:

Post a Comment