Ad

Ad

19 May 2016

ເຈົ້າໜ້າ​ທີ່​ເລັ່ງຊອກ​ສາ​ເຫດ​ໄຟ​ໄໝ້​ຕະຫລາດໃຫຍ່​ເມືອງ​ປາກ​ເຊ

          ພາຍຫລັງເກີດເຫດການໄຟໄໝ້ຕະຫລາດໃຫຍ່ເມືອງປາກເຊແຂວງຈຳປາສັກເມື່ອເຊົ້າມືດຂອງວັນທີ 17 ພຶດສະພາຜ່ານມາຢ່າງຮ້າຍແຮງ ອັນໄດ້ສ້າງຄວາມຕື່ນຕົກໃຈໄປທົ່ວສັງຄົມແລະ ສ້າງຄວາມສູນເສຍໃຫ້ແກ່ຊາວຄ້າຂາຍທີ່ໄດ້ຮັບຜົນກະທົບຈາກເຫດການອັກຄີໄພຄັ້ງນີ້ບໍ່ໜ້ອຍເຊິ່ງຜ່ານການລາຍງານຂອງເຈົ້າໜ້າທີ່ສະກັດກັ້ນແລະ ຕ້ານອັກຄີໄພແຂວງຈຳປາສັກໃຫ້ຮູ້ວ່າ: ປັດຈຸບັນໄດ້ແຕ່ງຕັ້ງຄະນະລົງສືບສວນ-ສອບສວນຫາສາເຫດຂອງການເກີດອັກຄີໄພຄັ້ງນີ້ເຊິ່ງເບື້ອງຕົ້ນຮູ້ພຽງວ່າມີອາຄານຕະຫລາດ 4 ຫລັງໄດ້ຮັບຜົນເສຍຫາຍແລະ ຕົ້ນເຟີແມ່ນເກີດຂຶ້ນທີ່ອາຄານຕຶກ D ​ເຊິ່ງເປັນອາຄານຂາຍເຄື່ອງຍ່ອຍແລະເຄື່ອງໃຊ້ພາຍໃນເຮືອນ, ກ່ອນກະແສໄຟຈະລຸກລາມໃສ່ອາຄານຕຶກ A, B ​ແລະ C ລວມເຖິງຕຶກໃຫຍ່ຂອງຕະຫລາດດັ່ງກ່າວກໍໄດ້ຮັບຜົນເສຍຫາຍຈຳນວນໜຶ່ງ. ​ແນວໃດກໍຕາມ, ​ເຈົ້າໜ້າທີ່ຈະເລັ່ງສືບສວນ-ສອບສວນຊອກຫາສາເຫດຂອງການເກີດອັກຄີໄພຄັ້ງນີ້ໂດຍໄວເພື່ອສ້າງຄວາມກະຈ່າງແຈ້ງໃຫ້ສັງຄົມເຂົ້າໃຈຕາມຄວາມເປັນຈິງ.

No comments:

Post a Comment