Ad

Ad

19 May 2016

ລາຄາ​ສິນຄ້າ​ປະ​ເພດ​ຜັກ​ຖີບ​​ໂຕ​ສູງ​ຂຶ້ນ​ເທົ່າ​ຕົວ

          ຜ່ານການລົງຕິດຕາມສະພາບລາຄາສິນຄ້າຢູ່ຕະຫຼາດຫຼາຍ​​ແຫ່ງໃນນະຄອນຫຼວງວຽງຈັນຄື : ຕະຫຼາດສະພານທອງ, ສະຫວ່າງແລະ ຕະຫຼາດຂົວດິນໃນວັນທີ 17 ພຶດສະພານີ້,​ ເຫັນວ່າລາຄາສິນຄ້າບາງປະເພດຖີບຕົວສູງຂຶ້ນຫຼາຍເຊັ່ນ: ໝາກ​​ເຜັດຈາກລາຄາ 20 - 25 ພັນກີບ/ກິໂລມາເປັນ 45 – 50 ພັນກີບ/ກິໂລ, ໜອມບົ່ວຈາກ 15 – 18 ພັນກີບ/ກິໂລ ມາເປັນ 30 – 35 ພັນກີບ/ກິໂລ, ​ຫອມປ້ອມຈາກ 20 – 25 ພັນກີບ/ກິໂລ ມາເປັນ 35 – 40 ພັນກີບ/ກິໂລແລະ ພືດຜັກອື່ນໆດັ່ງ : ຜັກສະຫຼັດ , ໝາກນາວ, ໝາກເຫລັ່ນ, ຫອມລາບ, ໝາກຖົ່ວ, ຜັກບົ້ງ ກໍມີລາຄາແພງຂຶ້ນ 2 – 5 ພັນກີບ/ກິໂລ, ​ແຕ່ກົງກັນຂ້າມລາຄາສິນຄ້າປະເພດຊີ້ນ​, ປາ ພັດຢູ່ໃນເກນປົກກະຕິຄື: ຊີ້ນງົວ 70 – 75 ພັນກີບ/ກິໂລ, ຊີ້ນໝູ 30 – 40 ພັນກີບ/ກິໂລ, ​ເປັດ,​ໄກ່ 35 – 45 ພັນກີບ/ກິໂລ, ປາກະຊັງ 18 – 22 ພັນກີບ/ກິໂລ, ຂະນະທີ່ຊາວຄ້າຂາຍສ່ວນຫຼາຍຕ່າງກໍໃຫ້ເຫດຜົນຄືກັນວ່າ : ກໍດັ່ງທຸກໆປີຜ່ານມາພໍຮອດໄລຍະ
ນີ້ຜັກປະເພດຕ່າງໆຈະມີລາຄາສູງຂຶ້ນເນື່ອງຈາກການປູກພືດອາຍຸສັ້ນປະເພດຜັກຈະໜ້ອຍລົງ, ​ຍ້ອນຊາວສວນຈຳນວນຫຼາຍໄດ້ຫັນເອົາ​​ເນື້ອທີ່​​ໄປປູກພືດຊະນິດອື່ນ​​ແທນການປູກຜັກ ແລະ  ( ພືດອາຍຸສັ້ນອື່ນໆ ເພາະເປັນໄລຍະລະ ດູຝົນໄດ້ເລີ່ມຂຶ້ນແລ້ວ ແລະ ຄາດວ່າລາຄາຜັກຍັງຈະສືບຕໍ່ແພງຂຶ້ນຕື່ມອີກເນື່ອງຈາກການຕອບສະໜອງບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.

No comments:

Post a Comment