Ad

Ad

19 May 2016

ໂຄ​ລາວ ນຳ​ສະ​ເໜີ​ລົດ ​ອີ​ເເລນ​ຕຣາ ຮຸ່ນ​ທີ 6

          ວັນທີ 18 ພຶດສະພານີ້, ບໍລິສັດໂຄລາວຈັດພິທີນຳສະເໜີລົດ ອີເເລນຕຣາ ຮຸ່ນທີ 6 (Elantra 6), ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ, ​​ໂດຍການເຂົ້າຮ່ວມຂອງທ່ານ ນຳ ກວາງໂຮ (Nam Kwang Ho) ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ.
          ລົດອີເເລນຕຣາ ຮຸ່ນທີ 6 ​ເປັນສູນລວມແນວຄວາມຄິດຂອງການປະສົມປະສານ ​ ​ລະຫວ່າງນັກອອກແບບແລະ ນັກວິສະວະກອນຜະລິດລົດຂອງບໍລິສັດຮຸນໄດ, ພາຍໃຕ້​​ແນວຄວາມຄິດຂອງນັກອອກແບບທີ່ຕ້ອງການໃຫ້ລົດ ອີເເລນຕຣາໃໝ່ນີ້ເປັນລົດທີ່ມີຮູບຊົງຫລູຫລາ, ທັນສະໄໝ ແລະ ງົດງາມມີສິລະປະລວດລາຍ, ​ເສັ້ນສາຍເພື່ອຄວາມໂດດເດັ່ນແລະ ຄວາມປະທັບໃຈໃນການຂັບຂີ່​, ສ່ວນພາຍ​​ໃນປະກອບດ້ວຍອຸປະກອນຕົບແຕ່ງ​​ຢ່າງເໝາະ
ສົມຂອງປຸ່ມສັ່ງການຕ່າງໆ, ສາມາດປັບລະດັບຄວາມກວ້າງຂວາງພາຍໃນລົດໄດ້. ພິເສດເປັນເຄື່ອງຈັກແອັດຊັງ ​​ຕາມມາດຕະຖານຂອງລົດ ອີເເລນຕຣາ ດ້ວຍລະບົບເກແບບໃໝ່ຊ່ວຍໃນການຂັບຂີ່ດີຂຶ້ນແລະ ທັງປະຢັດນ້ຳມັນເພີ່ມຂຶ້ນເຖິງ 3,3%.

          ບໍລິສັດໂຄລາວເປັນບໍລິສັດຕົວແທນຈຳໜ່າຍລົດຮຸນໄດລາຍໃຫຍ່ທີ່ສຸດໃນລາວແລະ ຍັງເປັນບໍລິສັດທຳອິດທີ່ໄດ້ຮັບບູລິມະສິດໃນການນຳເຂົ້າລົດຮຸນໃດອີເເລນຕາ ທີ່ໄດ້ປັບປ່ຽນລັກສະນະຮູບໂສມໃໝ່ແລະໄດ້ຮັບຄວາມນິຍົມສູງ​​ໃນປັດຈຸບັນ.

No comments:

Post a Comment