Ad

Ad

19 May 2016

ລາວ​ກຽມ​​ສຳ​ຫລວດ​​ໂຮງງານ​​ອຸດສາຫະກຳ​ປຸງ​ແຕ່ງທົ່ວ​ປະ​ເທດ


        ວັນທີ 18 ພຶດສະພານີ້, ກະຊວງອຸດສາຫະກຳແລະ ການຄ້າ ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາດ້ານອຸດສາຫະກຳ (UNIDO), ໄດ້ຈັດການອົບຮົມໃຫ້ພະນັກງານວິຊາການກ່ຽວຂ້ອງ ເພື່ອສ້າງຄວາມ​​ເຂົ້າໃຈກ່ຽວກັບເນື້ອໃນຄຳຖາມແລະ ຄຳເຈາະຈິ້ມຕ່າງໆ ທີ່ໄດ້ກຳນົດໄວ້ໃນຮ່າງແບບຟອມສອບຖາມ ການເກັບກຳຂໍ້ມູນສະຖິຕິອຸດສາຫະກຳ ປີ 2016, ​ໂດຍມີທ່ານຫົວໜ້າກົມອຸດສາຫະກຳແລະ ຫັດຖະກຳແລະ ຊ່ຽວຊານດ້ານສະຖິຕິຂອງອົງການ UNIDO ​ເຂົ້າຮ່ວມນຳດ້ວຍ.
          ທ່ານຫົວໜ້າກົມອຸດສາຫະກຳແລະ ຫັດຖະກຳໃຫ້ຮູ້ວ່າ: ປັດຈຸບັນ ຢູ່ລາວເຮົາມີໂຮງງານ
ອຸດສາຫະກຳປຸງແຕ່ງໄມ້​ 30.000 ກວ່າແຫ່ງ, ​ໃນນັ້ນໂຮງງານຂະໜາດໃຫຍ່ມີ 500 ​ກວ່າແຫ່ງ, ຂະໜາດກາງ 600 ກວ່າແຫ່ງ, ຂະໜາດນ້ອຍ 12.000 ກວ່າແຫ່ງແລະແບບຄອບຄົວ 20.000 ກວ່າແຫ່ງ. ດັ່ງນັ້ນ ການເກັບກຳສະຖິຕິອຸດສາຫະກຳປຸງແຕ່ງແລະ ຫັດຖະກຳ ຈຶ່ງເປັນຂໍ້ມູນພື້ນຖານສຳຄັນໃນການວິເຄາະ, ​ວິໃຈ, ຕີລາຄາການຂະຫຍາຍຕົວ, ການວາງແຜນສົ່ງເສີມແລະ ພັດທະນາວຽກງານປຸງແຕ່ງໃນທົ່ວປະເທດໃຫ້ມີຄວາມກ້າວໜ້າ. ​ໄລຍະຜ່ານມາ ວຽກງານສະຖິຕິອຸດສາຫະກຳປຸງແຕ່ງແລະ ຫັດຖະກຳ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາເປັນຢ່າງດີ, ​ໂດຍການສັງລວມຂໍ້ມູນຂອງໂຮງງານແຕ່ລະແຫ່ງເພື່ອລາຍງານສະພາບການຂະຫຍາຍຕົວເປັນຕົ້ນ ສະຖິຕິມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງແລະ ຫັດຖະກຳ, ​ຈຳນວນໂຮງງານແລະ ອື່ນໆ, ແຕ່ໂດຍລວມແລ້ວ ຍັງເຫັນວ່າບໍ່ທັນມີຄວາມຊັດເຈນ, ຖືກຕ້ອງຕາມລະບົບສະຖິຕິແລະ ບາງຄັ້ງກໍມີຄວາມຊັກຊ້າ, ​​ເນື່ອງມາຈາກຫລາຍສາເຫດດ້ວຍກັນເຊັ່ນ: ຂາດພະນັກງານຜູ້ທີ່ມີຄວາມຮູ້​​ໂດຍກົງ, ຂາດງົບປະມານ, ຂາດການເກັບກຳຂໍ້ມູນສະຖິຕິທີ່ຖືກວິທີແລະ ຍັງບໍ່ທັນມີການເດີນສໍາຫລວດສະຖິຕິ​​ຢ່າງເປັນທາງການເທື່ອ. ດັ່ງນັ້ນ ຈຶ່ງໄດ້ຈັດຝຶກອົບຮົມດັ່ງກ່າວຂຶ້ນເພື່ອໃຫ້ພະນັກງານວິຊາການ ຮູ້ນຳເອົາບົດຮຽນ​ ​ແລະ ວິທີການຕ່າງໆ ລົງ​​ເກັບກຳຂໍ້ມູນຢູ່ຕາມໂຮງຈັກ, ໂຮງງານແຕ່ລະແຫ່ງໃຫ້ທີ່ຖືກຕ້ອງ, ຊັດເຈນ ​​ເພື່ອນຳເອົາຂໍ້ມູນດັ່ງກ່າວໄປປັບປຸງລະບົບຖານ​​ສະຖິຕິໃຫ້ມີການພັດທະນາແລະ ຊອກຫາວິທີສົ່ງເສີມວຽກງານດັ່ງກ່າວໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ ກ້າວໄປສູ່ລະດັບສາກົນແລະ ພາກພື້ນໂດຍໄວ.

          ທ່ານຫົວໜ້າກົມ ກ່າວວ່າ: ຕໍ່ກັບຄຳສັ່ງຂອງນາຍົກລັດຖະມົນຕີເມື່ອບໍ່ດົນນີ້​, ກົມອຸດສາຫະກຳແລະ ຫັດຖະກຳ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ​, ​​ໂດຍການລົງໄປດັດສົມຢູ່ບັນດາໂຮງງານປຸງແຕ່ງ​​ໄມ້ໃນແຂວງຕ່າງໆ, ມາຮອດປັດຈຸບັນ ສຳເລັດໄປແລ້ວໃນ 5 ​ແຂວງຄື: ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ສາລະວັນແລະເຊກອງແລະ ຈະສືບຕໍ່ໃຫ້ສຳເລັດ​​ທົ່ວປະເທດໃນທ້າຍປີ 2016ນີ້ ແລະ ເມື່ອມໍ່ໆມານີ້ ກໍໄດ້ລົງໄປແຂວງຈຳປາສັກແລະ ອັດຕະປືເພື່ອ​​ປັບປຸງແລະ ດັດສົມບັນດາໂຮງງານປຸງແຕ່ງໄມ້ແຂວງດັ່ງກ່າວໃຫ້ເປັນລະບົບຕ່ອງໂສ້ ​​ເປັນຕົ້ນ ວັດຖຸເຂົ້າ​-ອອກໂຮງງານຈະຕ້ອງຖືກຕ້ອງຕາມລະບຽບກົດໝາຍ

No comments:

Post a Comment