Ad

Ad

19 May 2016

ລາວ-ນອກ​ແວ ​ເພີ້​ມທະວີ​ການ​ຮ່ວມ​ມືສອງ​ຝ່າຍ

          ​ໃນ​ວັນ​ທີ 18 ພຶດສະພານີ້ ​ທີ່​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍລະ ຫວ່າງ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​​ແລະ ທ່ານນາງ Tone skogen ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກນອກແວ ພ້ອມ​​ຄະນະໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 18-19 ພຶດສະພາ​ນີ້.
           ໃນ​ການ​ພົບ​ຄັ້ງ​ນີ້, ທັງສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມື​ລະ ຫວ່າງ​ສອງ​ປະ​ເທ​ດ​ໃນ​ຕໍ່ໜ້າ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄໍາ​ຄິດ​ເຫັນ​ຕໍ່​ບັນຫາ​ພາກ​ພື້ນ ​ແລະ ສາ ກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ ເຊັ່ນ: ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມມືດ້ານ​ນິຕິກໍາອັນ​ຈໍາ​ເປັນ​ຈໍານວນ​ໜຶ່ງ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ​ແລະ ການ​ລົງທຶນ​
ຢູ່ ສປປ ລາວ; ການ​ຮ່ວມ​ມື​ດ້ານ​ພະລັງງານໄຟຟ້າ​ນໍ້າຕົກ, ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ, ການ​ພັດທະນາ​ຕົວ​ເມືອງ ​ແລະ ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ (UXO); ການເປັນປະທານອາຊຽນຂອງ ສປປ ລາວ ປີ 2016 ​ແລະ ການພົວພັນຮ່ວມມື ນອກແວ-ອາຊຽນໃນຖານະທີ່ເປັນຄູ່ຮ່ວມເຈລະຈາຂະແໜງການກັບອາຊຽນ.
           ໃນ​ໄລຍະ​ຜ່ານ​ມາ, ນອກ​ແວ ​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ ສປປ ລາວ ​ໃນ​ຫລາຍ​ຂະ   ​​ແໜງ​ການ, ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ ໃນ​ນັ້ນ​ມີ ການ​ພັດທະນາ​ພະລັງງານ​ໄຟຟ້າ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທໍາ​ມະ​ຊາດ, ການ​ສົ່ງ​ເສີມ​ຂະ​ແໜງ​ການ​ເອກະ​ຊົນ​ ໃນ​ໄລຍະ​ເສດຖະກິດ​ຂ້າມ​ຜ່ານ​, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ດ້ານ​ສາທາ​ລະ​ນະສຸກຂັ້ນ​ພື້ນຖານ, ການ​ສະໜັບສະໜູນ​ສ້າງ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ສະ​ຖາ​ບັນ​ຂອງ​ລັດ. ພາຍຫລັງ​ການ​ພົບ​ປະ ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ປຶກສາ​ຫາລື​ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ນອກ​ແວ.

          ການ​ຢ້ຽມຢາມ​ຂອງ​ ທ່ານ​ນາງ Tone skogen ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ຂີດ​ໝາຍ​ອັນ​ສໍາຄັນ​ໃນ​ການ​ສົ່ງ​ເສີມ​ການ​ພົວພັນ-ຮ່ວມ​ມື​ຂອງ​ສອງ​ປະ​ເທ​ດ​ໃຫ້​ມີ​ບາດກ້າວ​ໃໝ່, ຈາກ​ນັ້ນ​ ຄະນະ​ຜູ້​ແທນ​ນອກ​ແວ ​ຍັງ​ໄດ້​ພົບ​ປະ​ ທ່ານ​ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ດ້ານ​ອົງຄະ​ທຽມ, ​ເຄື່ອງ​ຄໍ້າ​ຊູ່ (COPE) ​ແລະໂຄງການຮ່ວມມືສອງຝ່າຍ ທີ່ກໍາລັງຈັດຕັ້ງປະຕິບັດ​ໃນ​ປັດຈຸບັນ.

No comments:

Post a Comment