Ad

Ad

19 May 2016

ຮອງປະທານປະເທດ ພັນຄໍາ ວິພາວັນ ຮ່ວມສະຫລອງວັນສ້າງຕັ້ງສວນແກ້ວຫລັກເມືອງຄົບຮອບ 8 ປີ

          ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສວນແກ້ວຫລັກເມືອງຄົບຮອບ 8 ປີ (17 ພຶດສະ ພາ 2008 – 17 ພຶດສະພາ 2016) ທີ່ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພານີ້, ໂດຍການເຂົ້າຮວມ ຂອງທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ປປ ລາວ ແລະ ມວນຊົນຊາວເມືອງຊໍາ ເໜືອເຂົ້າຮ່ວມຢ່າງຫລວງຫລາຍ.
          ໃນພິທີສໍາຄັນນີ້, ທ່ານຮອງເຈົ້າເມືອງຊໍາເໜືອໄດ້ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ ໃນການສ້າງຕັ້ງສວນແກ້ວຫລັກເມືອງ, ຊຶ່ງເປັນສັນຍາລັກຄູ່ບ້ານຄູ່ເມືອງ ແລະ ເປັນມິ່ງຂວັນແກ້ວ ຂວັນເມືອງ, ເປັນຄະຕິເຕືອນໃຈຂອງຊາວແຂວງຫົວພັນ ເຊັ່ນ: ຢູ່ຮ່ວມກັນຢ່າງສັນຕິສຸກ, ບຸກບືນ ສ້າງສາຄວາມຈະເລີນ, ນໍາພາປະຊາຊົນຢູ່ເຢັນເປັນສຸກ ແລະ ປົກຄອງບ້ານເມືອງໂດຍຍຸ
ຕິທໍາ, ສາມາດເຮັດໃຫ້ເມືອງຊໍາເໜືອ ກໍຄືແຂວງຫົວພັນມີສະຖຽນລະພາບທາງດ້ານການເມືອງ, ມີ ຄວາມສະຫງົບປອດໄພ, ເສດຖະກິດ-ສັງຄົມ ມີການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ.

          ສວນແກ້ວຫລັກເມືອງແຫ່ງນີ້,ສ້າງຂື້ນເພື່ອເປັນສູນລວມທາງດ້ານຈິດໃຈ, ເພື່ອເຊີດຊູກຽດ ສັກສີ, ຊື່ສຽງ​, ມູນເຊື້ອວິລະຊົນຂອງປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ, ໃນດິນແດນແຫ່ງນີ້ ໄດ້ເປັນເຂດທີ່ໝັ້ນຂອງການປະຕິວັດ, ເປັນຖິ່ນກໍາເນີດຂອງພັກປະຊາຊົນປະຕິວັດລາວ, ເປັນຖິ່ນກໍາ ເນີດກອງທັບປະຊາຊົນລາວ, ເປັນສູນກາງຊີ້ນໍາ-ນໍາພາການປະຕິວັດຈົນສາມາດໄດ້ຮັບໄຊຊະນະ ຢ່າງສົມບູນໃນວັນທີ 2 ທັນວາປີ 1975. ນອກນັ້ນຍັງເປັນສັນຍາລັກແຫ່ງຄວາມກະຕັນຍູຮູ້ບຸນຄຸນຂອງຊາວແຂວງຫົວພັນຕໍ່ບັນພະບູລຸດ, ນັກຮົບ ແລະ ປະຊາຊົນທີ່ມີຄຸນງາມຄວາມດີຕໍ່ພາລະກິດປະຕິວັດ ກໍຄືພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາແຂວງຫົວພັນ.

No comments:

Post a Comment