Ad

Ad

20 May 2016

ປກສ ​ເມືອງ​ຄູນ​ຄຳ​ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ພ້ອມ​ຂອງ​ກາງ​ຢາ​ບ້າ​ຫລາຍ​ກວ່າ 59 ພັນ​ເມັດ

          ທ້າວ ຕົງກູຊົງ ອາຍຸ 32 ປີ ຢູ່ບ້ານໂພນຄຳເມືອງໂພນໂຮງແຂວງວຽງຈັນຖືກເຈົ້າໜ້າທີ່ ປກສເມືອງຄູນຄຳແຂວງຄຳມ່ວນ ຈັບຕົວໃນຂະນະຂັບລົດກະບະຂົນສົ່ງຢາເສບຕິດປະເພດຢາບ້າເປັນຈຳນວນຫລາຍໄປໃຫ້ລູກຄ້າຜ່ານເຂດເມືອງດັ່ງກ່າວເມື່ອບໍ່ດົນມານີ້.
           ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍຄັ້ງນີ້ມີຂຶ້ນພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດເປັນຈຳນວນຫລາຍຜ່ານເຂດເມືອງຄູນຄຳ ຈຶ່ງໄດ້ຈັດກຳລັງລົງກວດກາຕາມສາຍທາງສຳຄັນຫລາຍຈຸດແລະ ພໍຮອດເວລາປະມານ 18:00 ​ໂມງ ຂອງວັນທີ 12 ພຶດສະພາ 2016 ກໍພົບເຫັນລົດກະບະເປົ້າໝາຍໝາຍເລກທະບຽນ 1035 ກຳແພງນະຄອນແລ່ນມາຕາມເສັ້ນທາງເລກ 8 ແລະ ເຈົ້າໜ້າທີ່ໄດ້ຢຸດກວດລົດຄັນດັ່ງກ່າວພົບເຫັນກະເບົາໜ່ວຍໜຶ່ງຖືກໂຍນອອກຈາກລົດ, ຈາກນັ້ນເຈົ້າໜ້າທີ່ໄດ້ນຳກຳລັງເຂົ້າກວດກາ, ​ແຕ່ຜູ້ຂັບຂີ່
ແລະ ຜູ້ນັ່ງມານຳລົດສອງຄົນໄດ້ພະຍາຍາມຫລົບໜີເຂົ້າປ່າແຄມທາງເຈົ້າໜ້າທີ່ຈຶ່ງໄລ່ຕິດຕາມຈັບຕົວມາໄດ້ໜຶ່ງຄົນ ຄືທ້າວ ຕົງກູຊົງແລະ ຖົງທີ່ພວກກ່ຽວໂຍນຖິ້ມແມ່ນມີຢາບ້າຈຳນວນ 59.619 ​ເມັດ ຈຶ່ງຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີ, ພ້ອມອາຍັດລົດກະບະທີ່ພວກກ່ຽວໃຊ້ເປັນພາຫະນະເຄື່ອນໄຫວກະທຳຜິດຄັ້ງນີ້ແລະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດ ໝາຍໂດຍໄວ.


No comments:

Post a Comment