Ad

Ad

20 May 2016

ນັກ​ປະພັນ​​ເພງລາວ ສ້າງບົດ​ເພງ​​​ລຳ​ລຶກ​ເຖິງ​ປະທານໂຮ່ຈີ່​ມິງ


        ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ ສປປ ລາວແລະ ກະຊວງວັດທະ ນະທຳ, ກິລາແລະ ທ່ອງທ່ຽວ ສສ ຫວຽດນາມ  ໄດ້ຈັດພິທີມອບ-​ຮັບ ບົດເພງປະສານສຽງໃຫຍ່ “​​ໂຮ່ຈີ່ມິງ ດວງຕາເວັນເບີກແສງຊົ່ວນິລັນດອນຂຶ້ນໃນວັນທີ 19 ພຶດສະພານີ້ທີ່ສູນວັດທະນະທຳຫວຽດນາມ ປະຈຳລາວປະດິດແຕ່ງໂດຍທ່ານ ດວງມີໄຊ ລີໄກຢາ ນັກປະພັນເພງສີລະປິນແຫ່ງຊາດໄດ້ມອບເພງດັ່ງກ່າວໃຫ້ກັບປະຊາຊົນຫວຽດນາມເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານໂຮ່ຈີ່ມິງ ຄົບຮອບ 126 ປີ. ​       

          ທ່ານ ດວງມີໄຊ ລີໄກຢາໄດ້ໃຫ້ຮູ້ວ່າ: ​ເນື່ອໃນຕົ້ນຕໍ່ຂອງບົດເພງ ​​ໄດ້ສ່ອງ​​ແສງໃຫ້ເຫັນເຖິງ ຄຸນສົມບັດ ສິນທຳປະຕິວັດ, ການນຳພາອັນສະຫລາດສ່ອງໃສ່, ຄຸນງາມຄວາມດີແລະ  ຄວາມຮັກ​​ຊາດ
ຂອງປະທານ ໂຮ່ຈີ່ມິງ ຜູ້ ນຳທີ່ແສນ​​ເຄົາລົບຮັກຂອງປະຊາຊົນຫວຽດນາມຈົນກາຍມາເປັນບົດເພງ ໂຮ່ຈີ່ມິງ ດວງຕາເວັນເບີກແສງຊົ່ວນິລັນດອນເພື່ອໃຫ້ຄົນຮຸ່ນໃໝ່ໄດ້ລ່ຳລຶກເຖິງຄຸນງາມ ຄວາມ ດີຂອງເພີ່ນ. ນອກຈາກນີ້,ທ່ານ ດວງມີໄຊ ລີໄກຢາ ຍັງໄດ້ປະດິດແຕ່ງດົນຕີກ່ຽວກັບປະທານ ໂຮ່ຈີ່ມິງ ຢ່າງຫລວງຫລາຍ ເປັນຕົ້ນ ແມ່ນບັນດາບົດເພງປະສານສຽງ ຮົ່ງຮາ-​ແມ່ຂອງ, ດອກບົວແດງ, ປະ ທານໂຮ່ຈິ່ມິງ ຢູ່ນຳພວກເຮົາປະຫລອດໄປ, ລຸງຂອງພວກເຮົາແລະ ບົດແປປະພັນຊີວິດແລະ ພາລະ ກິດເປັນຕົ້ນ.

No comments:

Post a Comment