Ad

Ad

20 May 2016

ກະຊວງ​ພາຍ​ໃນກຳນົດ​ແຜນ​ຈຸດ​ສຸມປະຕິບັດ​ໃນສົກ​ປີ 2015-2016

         ກະຊວງພາຍໃນໄດ້ກຳນົດແຜນການຈຸດສຸມ ສົກປີ 2015-2016 ​ເພື່ອສູ້ຊົນຈັດຕັ້ງປະຕິ ບັດໃຫ້ສຳເລັດ​​ໂດຍສະເພາະໃນຂົງເຂດການປົກຄ​ອງບໍລິຫານໂດຍຈະສືບຕໍ່ຄົ້ນຄວ້າສະເໜີຂັ້ນເທິງພິຈາ ລະນາ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ເຊັ່ນ: ການສັບຊ້ອນທີ່ຕັ້ງຂອງບັນດາຄະນະກຳມະການ, ອົງການທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປັບປຸງພາ ລະບົດບາດການຈັດຕັ້ງ, ການເຄື່ອນ​​ໄຫວວຽກງານຂອງກົງຈັກການຈັດຕັ້ງ ບັນດາກະຊວງ, ອົງການທີ່ຍັງບໍ່ທັນສຳເລັດ, ຄົ້ນຄ້ວາປັບປຸງຮ່າງກົດໝາຍວ່າດ້ວຍວຽກງານຄຸ້ມຄອງພົນລະເມືອງ, ຮ່າງຍຸດທະສາດພັດທະນາການປົກຄອງ ແຫ່ງ ສປປ ລາວ ຮອດປີ 2020, ບໍລິຫານລັດ ຮອດປີ 2025, ບົດບາດ -​ ຍິງຊາຍໃນຂົງເຂດການປົກຄອງ (2016-2020​), ຮ່າງຍຸດທະສາດພັດທະນາພະນັກ ງານ-ລັດຖະກອນແຫ່ງ ສປປ ລາວ  ​​ແລະ ຂົງເຂດ
ວຽກງານການປົກຄອງທ້ອງຖິ່ນ ຈະສືບຕໍ່ຄົ້ນຄວ້າ, ປັບປຸງສ້າງນິຕິກຳກ່ຽວກັບການປົກຄອງຂັ້ນຮາກຖານບ້ານ, ບ້ານໃນຕົວເມືອງ, ບ້ານໃນຊົນນະ ບົດ, ​ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງຢູ່ແຕ່ລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ​ ​ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານເຂດເຊື່ອມຕໍ່ ລະ ຫວ່າງແຂວງກັບແຂວງ, ການຄຸ້ມຄອງເຂດເຊື່ອມຕໍ່​​ໃນຂອບເຂດທົ່ວປະເທດ, ສືບຕໍ່ສົມທົບກັບບັນດາແຂວງ ເພື່ອປະເມີນຜົນການປະຕິບັດວຽກງານຂອງຫ້ອງວ່າການປົກຄອງຂັ້ນແຂວງແລະ ສົມທົບກັບອົງການປົກຄອງແຂວງ ລົງຊ່ວຍປັບປຸງຫ້ອງວ່າ ການປົກຄອງຂັ້ນເມືອງ, ກວດກາການເຮັດວຽກ, ຈຳນວນບຸກຄະລາກອນ ປະກອບເຂົ້າໃສ່ແຕ່ລະຕຳແໜ່ງ ງານຂອງຫ້ອງການຕົນ.

          ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນໄດ້ກ່າວໃນ​​ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍວິໃສທັດຮອດປີ 2030, ຍຸດທະສາດພັດທະນາໄລຍະ 10 ປີ (2016-2025), ​ແຜນການ 5 ປີ (2016-2020) ຂອງຂະແໜງພາຍໃນແລະ ນິຕິກຳໃນຂົງເຂດບໍລິຫານລັດໃນວັນທີ 19 ພຶດສະພາ ນີ້ ຢູ່ນະຄອນຫລວງວຽງຈັນ ຫລັງຈາກ​ໄດ້ດຳເນີນມາເປັນເວລາ 2 ວັນ ວ່າ: ຈະສູ້ຊົນເຮັດສຳເລັດວຽກງານຄຸ້ມຄອງພົນລະເມືອງດ້ວຍການສືບຕໍ່ປັບປຸງນິຕິກຳກ່ຽວກັບທະບຽນຄອບຄົວ, ການຄຸ້ມຄອງການຍົກຍ້າຍພົນລະເມືອງແລະ ປັບປຸງຄືນແບບຟອມຕ່າງໆ ກໍຄື ຂົງເຂດລັດຖະກອນ, ສືບຕໍ່ຊີ້ນຳການປັບປຸງ, ພັດທະນາວຽກງານລັດຖະກອນໃຫ້ເປັນລະບົບ, ຍົກລະດັບ, ພັດທະນາລັດຖະ ກອນໃຫ້ມີຄວາມຊຳນານງານໃນດ້ານຕ່າງໆເພື່ອຮັບໃຊ້ປະຊາຊົນໃຫ້ມີຄຸນນະພາໄປຄ່ຽງຄູ່ ກັບການໃຫ້ສຳເລັດໃນຂົງເຂດເຕັກນິກການປົກຄອງ ດ້ວຍການຈັດຕັ້ງເຜີຍແຜ່ດຳລັດວ່າດ້ວຍເອກະສານທາງການ, ​ແນະນຳດ້ານຫລັກການ, ວິທີການປົກປັກຮັກສາເອກະສານ ໃຫ້ແກ່ນັກວິຊາການສຳເນົາເອກະສານຂອງບັນດາກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນແລະ ສືບຕໍ່ທ້ອນໂຮມ, ​ເກັບກຳບັນຊີເອກະສານປະຫວັດສາດແຕ່ຂັ້ນສູນກາງ, ທ້ອງຖິ່ນໂດຍສົມທົບກັບວຽກງານຂົງເຂດແຜນທີ່ ຄືລົງເກັບກຳຂໍ້ມູນລາຍລະອຽດພາກສະໜາມ, ວັດແທກລະດັບສູງ, ຂຽນຊື່ພູມີປະເທດແລະ ສະໜອງຂໍ້ມູນການສຳຫລວດ ວັດແທກ, ຮູບຖ່າຍທາງອາກາດ, ຂໍ້ມູນແຜນທີ່ຕ່າງໆໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

No comments:

Post a Comment