Ad

Ad

29 October 2015

ການພັດທະນາຕະຫຼາດທຶນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມປະເທດ

ຄະນະກຳມະການຄຸ້ມຄອງຫຼັກຊັບລາວໃຫ້ຮູ້ວ່າ: ຕະຫຼາດທືນແມ່ນຂະບວນການຈັດສັນທນໄລຍະຍາວ ແບບ ທາງກົງລະຫວ່າງພາກສ່ວນທີ່ຕ້ອງການນຳໃຊ້ທືນ ຫຼືວ່າຕະຫຼາດທືນແມ່ນຕະຫຼາດການເງິນທີ່ຈັດສັນທ ເຊັ່ນລັດຖະ ບານ ແລະ ຜູ້ລົງທ, ຊຶ່ງຈາກພຶດຕິກຳຕົວຈິງຂອງບັດດາປະເທດທີ່ພັດທະນາແລ້ວກໍ ຄືປະເທດທີ່ກຳລັງພັດທະນາ ແລະ ຜົນຂອງການຄົ້ນຄວ້າຂອງຫຼາຍພາກສ່ວນສະຫຼຸບວ່າ: ການພັດທະນາຕະຫຼາດທືນມີຄວາມສຳຄັນຫຼາຍ ແລະ ມີຄວາມພົວພັນສະໜິດແໜ້ນກັບການພັດທະນາເສດຖະກິດ- ສັງຄົມໄລຍະຍາວຄື: ການພັດທະນາຕະຫຼາດທືນຊ່ວຍໃຫ້ສາມາດຈັນສັນແຫຼ່ງທືນໄລຍະກາງ ແລະ ໄລ ຍະຍາວໄດ້ໂດຍກົງຈາກສັງຄົມ,ໃນຕົ້ນທືນທີ່ສົມເຫດສົມຜົນໃຫ້ແກ່ພາກລັດ ແລະ ເອກະຊົນ, ຊ່ວຍປະກອບ ສ່ວນສ້າງຄວາມອາດສາມາດແຂ່ງຂັນໃຫ້ແກ່ຜູ້ອອກຈຳໜ່າຍຫຼັກຊັບຢ່າງມີປະສິດທິພາບ,ບັນດາຫຼັກການ, ລະບຽບການທີ່ນຳມາໃຊ້ຕໍ່ຜູ້ຈຳໜ່າຍຫຼັກຊັບເຊັ່ນ: ການກວດສອບບັນຊີ,ການເປີດເຜີຍຂໍ້ມູນຂ່າວ ສານກ່ຽວກັບການເຄື່ອນໄຫວທຸລະກິດ, ການປະຕິບັດໜ້າທີ່ຂອງຜູບໍລິຫານຕາມຫຼັກການທີ່ຈະແຈ້ງ ແລະ ເປີດເຜີຍລ້ວນແຕ່ເປັນປັດ​ໄຈຊຸກຍູ້ໃຫ້ຜູ້ອອກຈຳໜ່າຍຫຼັກ
ຊັບຕ້ອງປະຕິບັດວິໃນຢ່າງເຂັ້ມງວດ ແລະ ໂປ່ງໃສ່, ນອກນັ້ນການພັດທະນາຕະຫຼາດທືນຍັງເຮັດໃຫ້ຕະຫຼາດເງິນມີຄວາມສົມບູນ ແລະ ເປັນ ລະບົບ ຄົບເຊຸດຂື້ນກວ່າເກົ່າ, ຊ່ວຍປະກອບ ສ່ວນສະໜອງຂໍ້ມູນກ່ຽວກັບການສະສົມທ, ການລົງທ ແລະ ຂໍ້ມູນ ອື່ນໆໃຫ້ແກ່ການກຳນົດນະໂຍບາຍທາງດ້ານການເງິນ ແລະ ເສດຖະກິດມະຫາພາກ, ຊ່ວຍສ້າງຈິດສຳນກຶກ່ຽວກັບການສະສົມທ ແລະ ການລົງທນໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົມໃນສັງຄົມ, ເວົ້າລວມແລ້ວການພັດທະນາຕະຫຼາດທນແມ່ນຊ່ວຍສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເສດຖະກິດ-ການເງິນ ເຂົ້າກັບສາກົນອີກດວຍການລະດົມທນໃນຕະຫຼາດທນຢູ່ ສປປ ລາວ ໄລຍະຜ່ານມາປະກອບມີ: ການອອກຈຳໜ່ວຍພັນທະບັດລັດຖະບານໂດຍກະຊວງການເງິນ, ການອອກຈຳໜ່າຍພັນທະບັດຂອງທະນາຄານ ແຫ່ງ ສປປລາວ ແລະ ການອອກຈຳໜ່າຍຮຸ່ນສາມັນຂອງບໍລິສັດມະຫາຊົນຕ່າງໆເປັນຕົ້ນ.

No comments:

Post a Comment