Ad

Ad

28 October 2015

ຜົນສຳເລັດກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 20 ທີ່ ຣາຊະອານາຈັກໄທ

             ໃນລະຫວ່າງວັນທີ 25-26 ຕຸລາ 2015, ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທັງເປັນປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ  ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 20 ທີ່ຈັງຫວັດຊຽງລາຍ, ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງທ່ານ ດອນ ປຣະມັດວິໄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ໄທ-ລາວ.
ກອງ​ປະ​ຊຸມໄດ້ທົບທວນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ່ຜ່ານມາ ແລະ ໄດ້ປຶກສາຫາລື​ໃນ​ຫລາຍ​ບັນ​ຫາ ທັງ​ບັນ​ຫາ​ທີ່​ຍັງ​ຈະ​ຕ້ອງສືບ​ຕໍ່ຮ່ວມ​ມື​ກັນ​ ແລະ ບັນ​ຫາ​ໃໝ່​ທີ່​ຈະ​ຕ້ອງ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້ຂະ​ຫ​ຍາຍ​ຕົວ ແລະ ແຕກດອກ​ອອກ​ຜົນ ເປັນ​ຕົ້ນ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດຈະ​ຕ້ອງ​ສືບ​ຕໍ່​ເປັນ​ປົກ​ກະ​ຕິ, ການ​ປັກ​ຫລັກ​ໝາຍ​ຊາຍ​ແດນ ທັງ​ສອງ​ຝ່າຍ​​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ກັນ​ສືບ​ຕໍ່​ດຳ​ເນີນ​ການ​ສຳ​ຫລວດ ແລະ ປັກ​
ຫລັກ​ໝາຍ​ຊາຍ​ແດນ​ທາງ​ບົກ​ທີ່ຍັງຄົງ​ຄ້າງ​ໃຫ້​ສຳ​ເລັດ​ໂດຍ​ໄວ ແລະ ຊາຍ​ແດນ​ທາງ​ນ້ຳ ຈະ​ຕ້ອງ​ໄດ້​ຖ່າຍ​ຖ​ອດ​ທາງ​ດ້ານ​ເຕັກ​ນິກ​ຈາກ​ແຜນ​ທີ່​ຝ​ຣັງ​-ສະ​ຫ​ຍາມ ມາດ​ຕາ​ສ່ວນ 1/25,000 ໃສ່​ແຜນ​ທີ່​ສະ​ບັບ​ໃໝ່ ຕາມ​ວິ​ທີ​ການ​ແຕ່​ລະ​ຝ່າຍ ແລະ ກ້າວ​ໄປ​ສູ່ກ​ານ​ສ້າງ​ຂໍ້​ກຳ​ນົດ​ທາງ​ດ້ານ​ເຕັກ​ນິກ​ໃນ​ການ​ສຳ​ຫລວດ ແລະ ປັກ​ຫລັກ​ໝາຍ ທັງ​ໝົດ​ເຫລົ່າ​ນີ້ ແມ່ນ​ເພື່ອ​ເຮັດ​ໃຫ້​ຊາຍ​ແດນ​ມີ​ຄວາມ​ສະ​ຫງົບ, ມີ​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ເປັນ​ມູນ​ມໍ​ລະ​ດົກ​ໃຫ້​ແກ່​ຄົນ​ຮຸ່ນ​ໃໝ່​ຜູ້​ສືບ​ທອດ​ຕໍ່​ໄປ; ຝ່າຍ​ໄທ​ເຫັນ​ດີ​ຈະ​ພິ​ຈາ​ລະ​ນາ​ໃນ​ການ​ຮັບ​ຊື້​ໄຟ​ຟ້າ​ຈາກ ສ​ປ​ປ ລາວ ເພີ່ມ​ເຕີມ​ອີກ​ຈາກອບ MOU 7000 ເມັກ​ກາ​ວັດ ແລະ ພ້ອມ​ທັງ​ຈະ​ມີ​ການ​ຮ່ວມ​ມື​ກັນ​ໃນ​ການ​ສະ​ໜອງ​ກະ​ແໄຟ​ຟ້າ​ໃຫ້​ແກ່​ສິງ​ກະ​ໂປ ໂດຍ​ກາ​ນນຳ​ໃຊ້​ສາຍ​ສົ່ງ​ຜ່ານ​ໄທ ແລະ ມາ​ເລ​ເຊຍ; ສ່ວນການ​ຮ່ວມ​ມື​ດ້ານ​ແຮງ​ງານ ທັງ​ສອງ​ຝ່າຍ​ຈະ​ຕ້ອງ​ໄດ້​ມີ​ການ​ປັບ​ປຸງ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໃໝ່ ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ແລະ​ເງື່ອນ​ໄຂໃນ​ປັດ​ຈຸ​ບັນ ທັງ​ໃຫ້​ມີ​ລັກ​ສະ​ນະ​ກວ້າງ​ຂວາງ ແລະ ພັດ​ທະ​ນາ​ໃຫ້​ມີ​ຄວາມ​ຍຶນ​ຍົງ​ຮ່ວມ​ກັນ.ສຳລັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ຖື​ວ່າ​ເປັນ​ສ່ວນ​ສຳ​ຄັນ​ອີກ​ດ້ານ​ໜຶ່ງ ເພື່ອ​ແນ​ໃສ່​ການ​ເຊື່ອມ​ໂຍງ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ໃຫ້​ທະລຸ ແລະ ໂລ່ງ​ລ່ຽນໃນ​ການ​ຂົນ​ສົ່ງ ແລະ ໂດຍ​ສານ​ລະ​ຫວ່າງ​ກັນ ແລະ ໃຫ້ມີການເຊື່ອມໂຍງກັບ​ອະ​ນຸ​ພາກ​ພື້ນ​;ການ​ຄ້າ​ຈະ​ຕ້ອງ​ອຳ​ນວຍ​ຄວາມ​ສະ​ດວກ​ເຊິ່ງ​ກັນ​ແລະ​ກັນບໍ່​ວ່າ​ຈະ​ເປັນ​ການ​ຄ້າ​ສອງ​ຝ່າຍ ແລະ ການ​ຄ້າ​ຜ່ານ​ແດນ ​ເພື່ອ​ກ້າວ​ເຂົ້າ​ສູ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ໃນ​ທ້າຍ​ປີ​ນີ້ ​ຍິ່ງ​ຕ້ອງ​ໃຫ້​ມີການ​ຮ່ວມ​ມື​ລະ​ຫວ່າງ​ກັນ, ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ແຜນ​ປະ​ຕິ​ບັດ​ງານ​ຂອງ​ອາ​ຊຽນ​ໃຫ້​ມີປະ​ສິດ​ທິ​ຜົນ, ​ປະ​ກອບ​ສ່ວນ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ຖາ​ນະ​ສະ​ມາ​ຊິກ​ອາ​ຊຽນ​ດ້ວຍ​ກັນ.ຄຽງ​ຄູ່​ກັນ​ນັ້ນ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ບໍ​ລິ​ການໃນ​ຂະ​ແໜງ​ດ້ານ​ສັງ​ຄົມ ຖື​ວ່າ​ເປັນ​ພື້ນ​ຖານ​ການ​ພັດ​ທະ​ນາ​ຊິ​ວິດ​ການ​ເປັນ​ຢູ່ນັ້ນ​ຈະ​ຕ້ອງ​ໄດ້​ເພິ່ງ​ພາ​ແລະ​ອາ​ໄສເຊິ່ງ​ກັນແລະ​ກັນ. ໃນ​ໄລ​ຍະ​ຜ່ານມາ​, ລັດ​ຖະ​ບານ​ໄທ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ຫລາຍ​ໂຄງ​ການ​ ເປັນ​ຕົ້ນ​ແມ່ນ​ໃນ​ຂະ​ແໜງ​ສຶກ​ສາ, ກະ​ສິ​ກຳ, ສາ​ທາ​ລະ​ນະ​ສຸກ ແລະ ຂະແຫນງການອື່ນໆ​. ໃນວັນທີ 27 ຕຸລາ 2015ລັດຖະມົນຕີຕ່າງປະເທດທັງສອງທ່ານ ໄດ້​ຮ່ວມກັນ​ວາງ​ສິ​ລາ​ລຶກ​ການ​ກໍ່​ສ້າງ​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ​ໄລ​ຍະ​ສອງ.​
ໂຄງການນີ້​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຄຸ​ນນະ​ພາບ​ຊີ​ວິດ ຈາກ​ລັດ​ຖະ​ບານ​ໄທ ແລະ ເປັນອີກກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ ແລະ ໄທ ຄົບຮອບ 65 ປີ.
            ໃນຕອນ​ບ່າຍຂອງວັນ​ທີ 26 ຕຸລາ, ພາຍຫຼັງ​ກອງ​ປະຊຸມ, ລັດຖະມົນຕີທັງ​ສອງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສ້າງສູນພັດທະນາສັງຄົມມິດຕະພາບ ລາວ-ໄທ, ຊຶ່ງເປັນສູນຟື້ນຟູຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດ ​ແລະ ສົ່ງ​ເສີມ​ພັດທະນາ​ອາຊີບ,​ມູນ​ຄ່າການ​ກໍ່ສ້າງ​ຈຳນວນ 25 ລ້ານບາດ ​ແລະ ​ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນ​ປະທານ​ຮ່ວມ​ທັງ​ສອງ​ຝ່າຍກໍໄດ້​ເດີນທາງ​ໄປ​ຢ້ຽມ​ຢາມ​ເຂດ​ທ່ອງ​ທ່ຽວ​ພູ​ຊີ້​ຟ້າ.

ໃນ​ໂອກາດ​ດັ່ງກ່າວ, ທ່ານທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ດ້ວຍໄມຕີຈິດມິດຕະພາບ ແລະ ອຳນວຍຄວາມສະດວກທຸກດ້ານ ໃນການເຂົ້າຮ່ວມກອງປະຊຸມ ທີ່ຣາຊະອານາຈັກໄທ ຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ.

No comments:

Post a Comment