Ad

Ad

28 October 2015

ຮອງ​ນາຍົກລັດຖະມົນຕີ ອາຊາ​ງ ລາວລີ ເນັ້ນ​ໃຫ້​ຄະນະ​ພັກ​ກະຊວງ​ຍຸຕິ​ທໍາ​​ເຊີດຊູ​ບົດບາດຂອງ​ຕົນ​ໃຫ້ສູງ

ວັນທີ 27 ຕຸລານີ້, ທ່ານ ອາຊາ ລາວລີ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງຍຸຕິທໍາຄັ້ງທີ IV ພາຍຫລັງໄດ້ດໍາເນີນມາ​ແຕ່​ວັນ​ທີ 26 ຕຸລາ​ນີ້ ທີ່​ສູນ​ເຝິກອົບຮົມ ​ແລະ ຮ່ວມ​ມື​ສາກົນ ​ໃນ​ນະຄອນຫລວງ​ວຽງ​ຈັນ ​​ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຂອງກະຊວງຍຸຕິທໍາເອົາໃຈໃສ່​​ເຊີດຊູບົດບາດເປັນໃຈກາງໃນການສ້າງ, ປັບປຸງກົດໝາຍແລະ ນິຕິກໍາ​ຕ່າງໆ​ໃຫ້ມີຄຸນນະພາບສູງຂຶ້ນ, ຮັບປະກັນຄວາມສັກສິດຂອງກົດໝາຍ, ປັບປຸງລະບົບຍຸຕິທໍາໃຫ້ເປັນທີ່ເພີ່ງຂອງປະຊາຊົນ, ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ​ແລະ ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ​​ເລິກເຊິ່ງແລະແທດ​​ເໝາະກັບສະພາບຕົວຈິງ.

ທ່ານ ອາຊາ ລາວລີ ​ໄດ້ກ່າວ​​​ວ່າ: ຂະແໜງຍຸຕິທໍາຕ້ອງ​ໄດ້ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກຕາມ 5 ຫລັກການແລະ 3 ທິດນໍາ ຕາມທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງພັກໃຫ້ມີຄວາມປອດ​ໃ, ​ເຂັ້ມແຂງແລະ ໜັກແໜ້ນ, ຍົກສູງຄຸນທາດການເມືອງ, ປັບປຸງທັດສະນະຫລັກໝັ້ນປະຕິວັດ, ຄວາມສັດຊື່ບໍລິສຸດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ
ແລະ ຕໍ່ປະຊາຊົນ, ປົກປ້ອງຄວາມຍຸຕິທໍາໃນສັງຄົມ, ສ້າງສັງຄົມຍຸຕິທໍາ ບົນພື້ນຖານລັດຖະທໍາມະນູນແລະ ກົດໝາຍ, ​ເອົາໃຈໃສ່ຈັດຕັ້ງຜັນຂະຫຍາແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກເຂົ້າໃນວຽກງານຮອບດ້ານຂອງຕົນເປັນຕົ້ນ້ອງເອົາໃຈໃສ່ສ້າງໃຫ້ມີການຫັນປ່ຽນໃນຂົງເຂດກົດໝາຍແລະ ຍຸຕິທໍາເພື່ອຮອງຮັບໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ​ແຜນການແຫ່ງລັດ 5 ປີ ຄັ້ງທີ VIII ທີ່ໄດ້ກໍານົດທິດທາງເພື່ອນໍາພາປະເທດຊາດໄປສູ່ການຂະຫຍາຍຕົວຮອບດ້ານ. ​ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ໃນເງື່ອນໄຂກົນໄກເສດຖະກິດຕະຫລາດຕາມທິດສັງຄົມນິຍົມແລະ ການເຊື່ອມໂຍງສາກົນ, ​ເສີມຂະຫຍາຍປະຊາທິປະໄຕ, ຮັບປະກັນໃຫ້ພົນລະເມືອງໄດ້ນໍາໃຊ້ສິດແລະ ປະຕິບັດພັນທະຂອງຕົນຢ່າງເຕັມສ່ວນ, ວາງມາດຕະການທີ່ສັກສິດເພື່ອສະກັດກັ້ນການລ່ວງລະເມີດກົດໝາຍ. ​​ຮັບປະກັນຄວາມເປັນເອກະພາບສູງທາງດ້ານຄວາມຮູ້ແລະ ການກະທໍາເພື່ອສ້າງບາດກ້າວບຸກທະລຸໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດແລະ ວິໄສທັດຂອງປະເທດເຮົາຮອດປີ 2030.

No comments:

Post a Comment