Ad

Ad

28 October 2015

ຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ລົງຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ

             ໃນວັນທີ 24-25 ຕຸລານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ​ໄດ້​​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ມີທ່ານ ດຣ. ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໃຫ້ການຕ້ອນຮັບຢ່າງ​ອົບ​ອຸ່ນ.
​            ໃນ​ໂອກາດ​ດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານການປະຕິບັດວຽກງານໃນໄລຍະຜ່ານ​ມາຂອງເຂດ​ເສດຖະກິດ​ພິ​ເສດ ເຫັນວ່າພາຍຫລັງມີການປັບປຸງກົງຈັກການຈັດຕັ້ງຕາມສັນຍາໃໝ່ເປັນຕົ້ນມາ ຄະນະນຳຊຸດໃໝ່ຂອງເຂດ ໄດ້ມີຄວາມສາມັກຄີເຂົ້າອົກເຂົ້າໃຈດີ, ສາມາດປະສານສົມທົບກັບທ້ອງຖິ່ນໄດ້ເປັນຢ່າງດີ ເຮັດໃຫ້ເຂດດັ່ງກ່າວມີການພັດທະນານັບມື້ດີຂຶ້ນ, ປັດຈຸບັນ ໂຄງລ່າງພື້ນຖານຂອງເຂດເຊັ່ນ:
ອາຄານ, ຖະໜົນຫົນທາງ, ລະບົບກັນເຈື່ອນກໍໄດ້ຮັບການພັດທະນາຫລາຍສົມຄວນ ອັນພົ້ນເດັ່ນແມ່ນໄລຍະອັນໃກ້ນີ້ ພວມລົງມືກໍ່ສ້າງລະບົບໜອງນໍ້າຕາມຄອງນໍ້າທຳມະຊາດໃຫ້ກາຍເປັນຄອງນໍ້າທີ່ງົດງາມ ສາມາດເປັນສະຖານທີ່ທ່ອງທ່ຽວໃນອະນາຄົດ. ນອກຈາກນັ້ນ ຈະສ້າງລະບົບບໍາບັດນໍ້າເສຍ ກ່ອນຈະລະບາຍລົງສູ່ນໍ້າຂອງ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ພັດທະນາ ກໍ​ຄື​ການ​ນຳຂອງແຂວງທີ່​ໄດ້​ເອົາ​ໃຈ​ໃສ່ຕໍ່ການ​ພັດທະນາເຂດດັ່ງກ່າວ ​ແລະ ໄດ້ຊີ້ນຳໃຫ້ຜູ້ພັດທະນາ ກໍຄືຄະນະນຳຂອງເຂດ ສຸມໃສ່ກຳນົດວິໄສທັດການພັດທະນາໄລຍະກາງ, ໄລຍະຍາວ ແລະ ສ້າງແຜນພັດທະນາໃນໄລຍະ 5 ປີ ໃຫ້ແທດ​ເໝາະກັບສະພາບຂອງທ້ອງຖິ່ນ ແລະ ການເຊື່ອມໂຍງກັບຂົງເຂດ ແລະ ພາກພື້ນ; ໃນການວາງແຜນພັດທະນາ ຕ້ອງເອົາໃຈໃສ່ສົມທົບກັບທ້ອງ​ຖິ່ນ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາດັ່ງກ່າວເຊັ່ນ: ການປູກ, ການລ້ຽງ, ການທ່ອງທ່ຽວ, ການບໍລິການຕ່າງໆ.

No comments:

Post a Comment