Ad

Ad

28 October 2015

ຊາວພຸດລາວຮ່ວມໃສ່ບາດບຸນອອກພັນສາປະວໍລະນາ ພສ 2558

ໃນເຊົ້າວັນທີ 27 ຕຸລາ 2015 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 11 ພສ 2558, ຊຶ່ງເປັນວັນບຸນອອກພັນສາປະວໍລະນາ ພສ 2558, ໂດຍຊາວພຸດທະສາດສະນິກະຊົນລາວໃນທົ່ວປະເທດ, ໄດ້ພ້ອມພາກັນໄປທໍາບຸນໃສ່ບາດຖວາຍສັງຄະທານແດ່ພະສົງສໍາມະເນນຢູ່ຕາມວັດວາອາຮາມຕ່າງໆໃນໂອກາດວັນບຸນສໍາຄັນດັ່ງກ່າວດ້ວຍບັນຍາກາດຄືກຄື້ນ ແລະ ຮັບຟັງທໍາມະເທດສະໜາຄໍາສອນຂອງພະພຸດທະເຈົ້າເພື່ອຍຶດຖືເປັນຫລັກທໍາພື້ນຖານໃນການດໍາລົງຊີວິດທີ່ຖືກ ຕ້ອງ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມດັ່ງກ່າວໃຫ້ຄົງຢູ່ຄູ່ຊາດລາວຕະຫລອດຊົ່ວກາລະນານ ແລະ ໃນບ່າຍຂອງມື້ດຽວກັນເຂດບ້ານສີຖານເໜືອ ບ້ານຂຸນຕາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນກໍໄດ້ມີການແຂ່ງຂັນເຮືອຊ່ວງປະເພດກິລາຂະໜາດ 12 ສີພາຍຈໍານວນ 29 ລໍາ ແລະ ສໍາລັບການແຂ່ງຂັນເຮືອຊ່ວງປະເພນີປະຈໍາປີເພດຍິງຈໍານວນ 6 ລໍາ, ເພດຊາຍ 11 ລໍາ ແລະ ແຂ່ງເຮືອສູດຊາຍ 8 ລໍາຈະມີຂຶ້ນໃນວັນທີ 28 ຕຸລານີ້. ສ່ວນຕອນຄໍ່າວັນທີ 27 ຕຸລາ ແມ່ນມີການວຽນທຽນຕາມວັດວາອາຮາມຕ່າງໆ, ພ້ອມດ້ວຍປະເພນີການໄຫລເຮືອໄຟທີ່ສວຍງາມຕາມລຳແມ່ນ້ຳຂອງ.


ການເຮັດບຸນອອກພັນສາ ແລະ ຊ່ວງເຮືອປະຈໍາປີນີ້ແມ່ນການເສີມຂະຫຍາຍມູນເຊື້ອວັດທະນທໍາ ແລະ ຮີດ ຄອງປະເພນີອັນດີງາມຂອງຊາດທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ແລະ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນທໍາໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວໃຫ້ນັບມືື້ຫລາຍຂຶ້ນ.

No comments:

Post a Comment