Ad

Ad

28 October 2015

ກອງ​ປະຊຸມສາກົນ ຄັ້ງ​ທີ 3 ຂອງອະດີດ​ນັກ​ສຶກສາ​​ ມະຫາວິທະຍາ​ໄລພົວພັນ​ການ​ຕ່າງປະ​ເທດ ​ແຫ່ງສະຫະພັນຣັດ​ເຊຍ (MGIMO)

 ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ຄະນະຈັດ​ຕັ້ງ​​ກອງ​ປະຊຸມສາກົນ ຄັ້ງ​ທີ 3 ຂອງອະດີດ​ນັກ​ສຶກສາ​​ມະຫາວິທະຍາ​ໄລພົວພັນ​ການ​ຕ່າງປະ​ເທດ ​ແຫ່ງສະຫະພັນຣັດ​ເຊຍ (MGIMO), ​ວັນ​ທີ 22-24 ຕຸລາ​ 2015 ນີ້, ຄະນະ​ຜູ້​ແທນ​ລາວ​ໃນ​ນາມອະດີດ​ນັກ​ສຶກສາ​ MGIMO ນໍາ​ໂດຍທ່ານ ພົງ​ສະຫວັນ ສີ​ສຸລາ​ດ​ຫົວໜ້າ​ກົມ​ອາຊຽນ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງຈັດ​ຂຶ້ນ​ຢູ່ນະຄອນຫລວງ​ເອ​ເລ​ວັນ ສາທາລະນະ​ລັດ ອາກ​ເມນີ​, ມີ​ອະດີດ​ນັກ​ສືກສາ MGIMO ​ຈາກ 30 ກວ່າປະ​ເທດເຂົ້າຮ່ວມ​.
ຕອນ​ເຊົ້າ​ວັນ​ທີ 23 ຕຸລາ 2015, ກ່ອນ​ພິທີ​ເປີດກອງ​ປະຊຸມ, ຄະນະ​ຜູ້​ແທນ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ພວງ​ມະ​ລາ​ອະນຸສາວະລີ​ນິລະນາມ. ຈາກ​ນັ້ນກໍເຂົ້າ​ຮ່ວມ​ພິທີ​ເປີດກອງ​ປະຊຸມ​ທາງ​ການ ໂດຍ​ແມ່ນ​ປະທານາທິບໍດີ ອັກ​ມຽນນີ ​ເປັນ​ຜູ້​ກ່າວ​ເປີດ​ກອງ​ປະຊຸມ ​ເພື່ອປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົດຮຽນ​ຕ່າງໆກ່ຽວ​ກັບບັນຫາຂະ​ບວນການ​ເຊື່ອມ​ໂຍງພາກພື້ນ,
​ຂະຫຍາຍການ​ຮ່ວມ​ມື​ເຂົ້າ​ກັບ​ຂອບ​ການ​​ເຊື່ອມ​ໂຍງ​ເສດຖະກິດ (URASIA) ຂອງ​ອາກ​​ເມນີ​ໃນ​ອະນາຄົດ, ກົນ​ໄກ​ການ​ແກ້​ໄຂ້​ບັນຫາ​ຕ່າງໆ, ບັນຫາ​ໃໝ່​ຂອງ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ ຢູ່ອີຣານ, ຮູ​ບແບບ​​ເສດຖະກິດ​ໃໝ່​​ຂອງ​ຈີນ​ໃນ​ລະບົບ​ການ​ພົວພັນ​ສາກົນຄື ​ໜຶ່ງແລວທາງ, ໜຶ່ງເສັ້ນທາງແລະ ມູມມອງ​ຂອງ​ໂຄງການ​​ເສັ້ນທາງສາຍ​​ໄໝ​ຂອງ​ຈີນ.
ໃນກອງ​ປະຊຸມ​ດັ່ງກ່າວ, ຫົວໜ້າ​ຄະນະ​ຜູ້​ແທນ​ລາວ​ ໄດ້ປະກອບ​ຄໍາ​ເຫັນກ່ຽວ​ກັບ​ການພົວພັນລະຫວ່າງ ອາ ຊຽນ-ຈີນ ໃນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ​ໂດຍ​ສະ​ເພາະອາຊຽນຕີລາຄາສູງຕໍ່ລັດຖະບານຈີນທີ່ໄດ້ກຳນົດເອົານະໂຍບາຍ ໜຶ່ງແລວທາງ, ໜຶ່ງເສັ້ນທາງ” (One Belt, One Road) ເປັນຍຸດທະສາດຂະຫຍາຍການຮ່ວມມືໃນພາກພື້ນ, ທັງ​ເປັນການສະແດງອອກເຖິງການຜັນຂະຫຍາຍແນວຄິດລິເລີ່ມ ແລະ ວິໄສທັດອັນກວ້າງໄກຂອງ ສປ ຈີນ ທີ່ສອດຄ່ອງກັບຍຸກສະໄຫມແຫ່ງການຊຸກຍູ້ການເຊື່ອມໂຍງ ແລະ ການເພີ່ມທະວີການຮ່ວມມືເພື່ອພັດທະນາທີ່ຈະນຳເອົາຜົນປະໂຫຍດຕົວຈິງມາສູ່ອາຊຽນ ແລະ ສປ.ຈີນ. ນອກ​ນີ້ ກໍໄດ້​ເນັ້ນ​ເຖິງທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB) ແລະ ກອງທຶນເສັ້ນທາງສາຍໄໝ (Silk Road Fund) ​ເຊິ່ງພວມຖືກສ້າງຕັ້ງຂຶ້ນ ອັນຈະເປັນແຮງດັນສໍາຄັນໃນການສະໜັບສະໜູນທຶນ ເພື່ອພັດທະນາພື້ນຖານໂຄງລ່າງໃນພາກພື້ນ ແລະ ສາກົນ.

ກອງ​ປະຊຸມສາກົນ ຄັ້ງ​ທີ 4 ຂອງອະດີດ​ນັກ​ສຶກສາ​​ MGIMO ​​ແມ່ນ ສສ ຫວຽດນາມ​ ຈະ​ເປັນ​ເຈົ້າພາບ ​ແລະ ຈະ​ຈັດ​ຂຶ້ນ​ໃນ​ທ້າ​ຍປີ 2016.  

No comments:

Post a Comment