Ad

Ad

28 October 2015

5 ຈຸດໝາຍໃນແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 8

ກະຊວງແຜນການ ແລະ ການລົງທືນໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020) ແມ່ນມີຄວາມສຳຄັນຫຼາຍສຳລັບການພັດທະນາປະເທດເຮົາໃຫ້ສາມາດຫຼຸດພົນອອກຈາກຄວາມ ທຸກຍາກໃນປີ 2020 ໂດຍເນັ້ນການຫັນປ່ຽນຮູບແບບການພັດທະນາ ຕາມທິດເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ  ຂໍ້ໄດ້ປຽບຂອງປະເທດ, ຊຶ່ງປະກອບມີ 5 ຈຸໝາຍລວມ ຄື: (1)ເຮັດໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງ ຕໍ່ເນື່ອງດ້ວຍຈັງຫວະໄວທັງໝັ້ນທ່ຽງ, ມີຄຸນນະພາບ, ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ດຸ່ນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງ ທຶນ, ໂດຍໃຫ້ສອດຄ່ອງກັບເງື່ອນໄຂໃໝ່ຕາມທິດຫັນເປັນອຸດ ສາຫະກຳ  ແລະ  ທັນສະໄໝ,(2) ຮັບປະກັນການພັດທະນາທີ່ຍືນຍົງ, ມີຄວາມສອດຄ່ອງກົມກຽວລະຫວ່າງ ການພັດນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການປົກປັກຮັກສາສະພາບແວດລ້ອມ, ທັງເປັນເຈົ້າການຮັບ ມືກັບໄພພິບັດທາງທຳ ມະຊາດຢ່າງທັນການ, ຮັບປະກັນການພັດທະນາຊົນນະບົດຮອບດ້ານ, ຕິດພັນສະໜິດ ແໜ້ນກັບການແກ້ໄຂຄວາມທຸກຍາກ.(3) ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ສ້າງກຳລັງແຮງງານ ໃຫ້ມີສີມື, ມີລະບຽບວິໄນ ແລະ ອົດທົນ, ສ້າງໃຫ້ໄດ້
ຊ່ຽວຊານ ສະເພາະດ້ານວິຊາການ ແລະ ເຕັກນິກ, ສ້າງຄວາມ ເຂັ້ມແຂງໃຫ້ແກ່ພະນັກງານລັດ, ວິສາຫະກິດ ແລະ ຜູ້ປະກອບການສາມາດ ແຂ່ງຂັນໄດ້ຢູ່ພາຍໃນ ແລະ ຕ່າງປະ ເທດ.(4) ຮັກສາສະຖຽນສະພາບທາງດ້ານການເມືອງ, ຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງ ດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ (5) ແມ່ນ ສືບຕໍ່ເປີດກ້ວາງການຮ່ວມມືກັບສາ ກົນດ້ວຍຫຼາຍຮູບແບບຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເງື່ອນໄຂທີ່ເອື້ອ ອຳນວຍໃຫ້ແກ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

No comments:

Post a Comment