Ad

Ad

28 October 2015

5 ວັນ​ກ້າວ​ເຂົ້າ​ສູ່​ບຸນຊ່ວງ​ເຮືອອຸປະຕິ​ເຫດຍັງ​ບໍ່​ຫລາຍ​

     ​ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ວັນທີ 22-27 ຕຸລານີ້, ​ເຊິ່ງເປັນໄລຍະເປີດງານວາງສະແດງສິນຄ້າໃນ​​​ໂອກາດບຸນອອກພັນສາແລະຊ່ວງເຮືອປະເພນີ ທີ່ທ່າວັດຈັນ, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນທັງໝົດຫລາຍກວ່າ 10 ກໍລະນີ, ມີຜູ້ເສຍຊີວິດ ​1 ຄົນແລະ ມີຜູ້ໄດ້ຮັບບາດເຈັບຈຳນວນໜຶ່ງ ເຫັນວ່າຜູ້ເສຍຊີວິດຈາກ ອຸປະຕິເຫດຫລຸດລົງ​ ​ເມື່ອທຽບໃສ່ໄລຍະດຽວກັນ​​ໃນປີຜ່ານມາ ທັງນີ້ກໍຍ້ອນເຈົ້າໜ້າທີ່ໄດ້ເຂັ້ມງວດໃນການຮັກສາຄວາມປອດໄພດ້ານການຈະລາຈອນລົດຕາມສາຍທາງຕ່າງໆແລະ ມີການໂຄສະນາປຸກລະດົມຄວາມປອດໄພຂອງການຂັບຂີ່ຢ່າງກ້ວາງຂວາງ ຈຶ່ງເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ມີຄວາມລະມັດລະວັງ, ຄ່ອຍໄປຄ່ອຍມາແລະ ປະຕິບັດກົດລະບຽບຈະລາຈອນດີຂຶ້ນ, ພ້ອມນີ້ເຈົ້າໜ້າທີ່ ຍັງເຕືອນຜູ້ຂັບຂີ່, ຈົ່ງມີສະຕິ​​ໃນການຂັບຂີ່ພາຫະນະ, ​ເມົາແລ້ວບໍ່ຂັບ, ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ​ເພື່ອປ້ອງກັນອຸປະຕິເຫດ​ ​ທີ່ຈະເກີດຂຶ້ນໃນໄລຍະງານບຸນຕ່າງໆ.


No comments:

Post a Comment