Ad

Ad

28 October 2015

​ໄຟຟ້າ​ນະຄອນຫຼວງ​​ຊີ້​ແຈ້ງ​ບັນຫາ​ໄຟ​ເຍືອງ​ທາງ​ບາງ​ຈຸດ​ທີ່​ມັກ​ມອດແມ່ນ​ເປັນ​ຍ້ອນ​ລະບົບ

ພາຍຫຼັງທີ່ມີປະຊາຊົນສະເໝີ​​ເຂົ້າມາຫາກອງບັນນາທິການໜັງສືພິມລາວພັດທະນາຂອງພວກເຮົາວ່າ: ​ມີໄຟຟ້າເຍືອງທາງຢູ່ບາງເສັ້ນທາງ, ບາງຈຸດມັກມອດຄື: ທາງດອນໜູນ,​ທາງແຕ່ສີ່ແຍກຕານມີໄຊຫາດົງປ່າແລບເລະເສັ້ນທາງອື່ນໆ, ນັ້ນບໍ່ຮູ້ວ່າເປັນຍ້ອນສາເຫດອັນໃດ? ຊຶ່ງຕໍ່ບັນຫາດັ່ງກ່າວ​​ທ່ານ ມີໄຊ ຫົວໜ້າລັດວິສາຫະກິດໄຟຟ້າ ນະຄອນ ຫຼວງວຽງຈັນໄດ້ອອກມາຊີ້ແຈ້ງວ່າ: ສ່ວນຫຼາຍແມ່ນເກີດຈາກລະບົບຂັດຂ້ອງ,​ ເນື່ອງ​​ຈາກ ວ່າໄຟເຍືອງທາງບາງຈຸດມີສະພາບເກົ່າແກ່ຊຸມໂຊມ ​​ແລະ ບາງຈຸດ​​ແມ່ນພວມມີການສ້ອມ ແປງ, ຈຶ່ງເຮັດໃຫ້ລະບົບ​​ຂອງມັນຢູ່ບາງຈຸດຕັດໄຟໂດຍອະຕະໂນມັດ, ​​ປັດຈຸບັນທາງໄຟ ຟ້ານະຄອນ​​​ພວມກໍາລັງເລັ່ງກວດກາ​​ແກ້ໄຂແລະ ສ້ອມແປງ​​ຄືນໃໝ່ເພື່ອກຽມໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດສຳຄັນຂອງຊາດທີ່ຈະມາເຖິງ, ມີຄວາມຮັບປະກັນ ດີຂຶ້ນ, ຊຶ່ງຄາດວ່າຈະສຳເລັດໃນໄວໆນີ້.

ທ່ານຫົວໜ້າລັດ​ວິ​ສາ​ຫະກິດດັ່ງກ່າວເວົ້າວ່າ: ຕະຫຼອດໄລຍະຜ່ານມາລັດວິສາຫະ ກິດໄຟຟ້າລາວ​ໄດ້​ຖື​ສຳຄັນໃນການພັດທະນາ, ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ລະບົບ​ໄຟຟ້າເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ ແລະ ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​
ເສດຖະກິດ-ສັງຄົມ​ຂອງຊາດ ບ້ານເມືອງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ແສງ​ສະຫວ່າງ, ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ນະຄອນຫລວງ​ວຽງ​ຈັນ ນັບມື້ດີຂຶ້ນ ແລະ ມາຮອດປັດຈຸບັນນີ້​​ທີ່ນະຄອນຫຼວງວຽງຈັນ​​ແມ່ນມີໄຟຟ້າຊົມ​​ໃຊ້ແລ້ວ 100 %.

No comments:

Post a Comment