Ad

Ad

27 October 2015

ສະພາ​ແຫ່ງ​ຊາດພິຈາລະ​ນາ​ຫລາຍ​ບັນ​ຫາ​ສຳຄັນຂອງຊາດໃນເດືອນຕຸລາ 2015

ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນຕຸລາ 2015 ​ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-27 ຕຸລານີ້ທີ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດນາງປານີຢາທໍຕູ້, ກອງປະຊຸມໄດ້ພິຈາລະນາຫລາຍບັນຫາສຳຄັນຂອງຊາດຄື: ​ພິຈາລະນາການຍົກຍ້າຍສະມາຊິກສະພາແຫ່ງຊາດບາງເຂດເລືອກຕັ້ງ, ພິຈາລະນາຮ່າງລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ ລາວວ່າດ້ວຍການໃຫ້ອະໄພຍະໂທດ, ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງກົງຈັກເສນາທິການຂອງຄະນະປະຈຳສະພາແຫ່ງຊາດໃນໄລຍະຜ່ານມາແລະໃຫ້ທິດຊີ້ນຳເພື່ອເປັນບ່ອນອີງໃນການປັບປຸງວຽກງານໃຫ້ນັບມື້ດີຂຶ້ນ, ກວດສອບບົດສະຫລຸບຂາດຕົວສົກປີ 2013-2014,​ ການໃຫ້ສັດຕະຍາບັນແກ່ສັນຍາວ່າດ້ວຍການຍົກສະຖານະຂອງຫ້ອງການຕິດຕາມເສດຖະກິດມະຫາພາກອາຊຽນ +3 ​ໃຫ້ເປັນອົງການຈັດຕັ້ງສາກົນ,​ ການຄົ້ນຄວ້າຍົກຍ້າຍປະທານສານ
ປະຊາຊົນທ້ອງຖິ່ນ, ສະເໜີຂໍອະນຸມັດທາງດ້ານຫລັກການໃນການພັດທະນາໂຄງການນ້ຳອູໄລຍະ 2 ​ເພື່ອເປັນພື້ນຖານໃຫ້ແກ່ລັດຖະບານໃນການລົງນາມສັນຍາສຳປະທານໂຄງການດັ່ງກ່າວ, ສະເໜີຫັນປ່ຽນທີ່ດິນປ່າສະຫງວນແຫ່ງຊາດນ້ຳກະດິງສະເພາະເຂດນຳໃຊ້ເຂົ້າໃນການພັດທະນາໂຄງການເຄື່ອນ​​ໄຟຟ້ານ້ຳເທີນ 1 ​ແລະການສຳຫລວດອອກແບບຄິດໄລ່ປະເມີນລາຄາຫໍພັກພະນັກງານແລະອື່ນໆ.

No comments:

Post a Comment