Ad

Ad

27 October 2015

ສະຫາຍ ພັນ​ຄຳ​ ວິພາ​ວັນ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ໃຫ້​ກຽດ​​​ໂອ້​ລົມ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມຊຸດ​ໃໝ່

     ໃນໂອກາດຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ V, ທີ່ຈັດຂຶ້ນໃນວັນທີ 26 ຕຸລານີ້ ທີ່ນະຄອນ ຫລວງວຽງຈັນ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້​​ເຂົ້າຮ່ວມແລະໃຫ້ກຽດໂອ້ລົມອົງຄະນະພັກຊຸດໃໝ່ຂອງກະຊວງດັ່ງກ່າວ. ພາຍຫລັງໄດ້ປ່ອນບັດຄັດເລືອກເອົາຢູ່ໃນອງປະຊຸມ​​ໃຫຍ່ຄັ້ງນີ້, ​ໂດຍໄດ້ເປັນເອກກະສັນຢ່າງສົມບູນເລືອກເອົາສະຫາຍ ດຣ. ຄຳແພງໄຊສົມແພງເປັນ​​ເລຂາຄະນະບໍລິຫານງານພັກກະຊວງ, ສະຫາຍ ນາງໃບ ຄຳ ຂັດທິຍະເປັນຮອງ​​ເລຂາພັກແລະ ສະຫາຍ ດຣ. ຄໍາແກ້ວ ສານບຸນຄຸນໄຊເປັນປະທານກວດກາພັກແລະ ສະຫາຍ ສະຫລອງ ມະນີວັນ, ສະຫາຍ ສອນໄຊໃບຍາວົງເປັນຮອງປະທານກວດກາພັກ ກະຊວງແຮງງານແລະ ສະຫວັດດີການສັງຄົມຊຸດ​​ໃໝ່.   


     ​ໃນໂອກາດອັນສະຫງ່າລາສີ ສະຫາຍ ຮອງນາຍົກລັດຖະມົນຕີໄດ້​​ເນັ້ນໃຫ້ຄະນະພັກຊຸດໃໝ່​, ​ເພີ່ມທະວີຄວາມສາມັກຄີເປັນເອກະພາບທົ່ວອົງຄະນະພັກກະຊວງ, ຢຶດໝັ້ນ 5 ຫລັກການແລະ 3 ທິດນຳໃນການກໍ່ສ້າງພັກໃຫ້ມີຄວາມປອດໃສ, ​ເຂັ້ມແຂງແລະ ໜັກແໜ້ນ, ​ເຊື່ອມຊຶມແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະຢ່າງເລິກເຊິ່ງແນໃສ່ສ້າງຄວາມເປັນເອກະພາບດ້ານແນວຄິດ, ທັດສະນະແລະ ການກະທຳຕົວຈິງ, ​ເອົາໃຈໃສ່ປັບປຸງລະບົບການເມືອງ ຕາມຂະແໜງການຂອງຕົນໃຫ້ມີຄວາມເຂັ້ມແຂງໂດຍສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ດ້ວຍການຄົ້ນຄ້ວາເຊື່ອມຊຶມແນວທາງນະໂຍບາຍ, ມະຕິ,​ ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດແລະ ຈຸດໝາຍຂອງການປະຕິວັດໃນໄລຍະໃໝ່ໃຫ້ມີເນື້ອໃນເລິກເຊິ່ງແລະແທດເໝາະກັບຕົວຈິງ, ​ເອົາໃຈໃສ່ປັບປຸງບົດບາດການນຳພາຂອງພັກແລະ ຄວາມສັກສິດໃນການຄຸ້ມຄອງບໍລິຫານລັດຕາມຂະແໜງ​​ແຮງງານແລະ ສະຫວັດດີການສັງຄົມໃຫ້ມີຄວາມສອດຄ່ອງກົມກຽວເຊິ່ງກັນ​ ​ແລະ ກັນ, ສືບຕໍ່ປັບປຸງແບບແຜນການນຳພາແລະ ວິທີເຮັດວຽກຂອງຄະນະພັກ ຄະນະນຳແຕ່ລະຂັ້ນໃຫ້​​ເຂົ້າສູ່ລະບອບລະບຽບຫລັກການຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ ປະຕິບັດຫລັກການລວມສູນປະຊາທິປະໄພ, ນຳພາເປັນໝູ່ຄະນະ, ມີການແບ່ງງານແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ສືບຕໍ່ປັບປຸງບູລະນະກົງຈັກການຈັດຕັ້ງຂອງພັກ ຂອງລັດແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆໃຫ້ກະທັດຮັດ, ສົມ​​ເຫດສົມຜົນແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າແລະຍາວນານແລະເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ, ຍົກສູງຄວາມຮັບຜິດຊອບທາງການເມືອງ, ຕັ້ງໜ້າຄົ້ນຄ້ວາຮ່ຳຮຽນເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ປັບປຸງແບບແຜນການນຳພາແລະ ວິທີເຮັດວຽກໃຫ້ດີຂຶ້ນຕື່ມແລະ ຍາມໃດກໍຕ້ອງເປັນແບບຢ່າງໃນການປະຕິບັດໜ້າທີ່ ກໍຄື​​ການດຳລົງຊີວິດໃຫ້ສົມກັບຄວາມເຊື່ອໝັ້ນແລະ ຄວາມໄວ້ວາງໃຈຂອງສະມາຊິກພັກແລະ ມະຫາຊົນ ທີ່ໄດ້ເລືອກເອົາຄະນະພັກຊຸດໃໝ່ນີ້ເປັນຕົວແທນ​​ແກນນຳສູງສຸດຂອງຂະແໜງແຮງງານແລະສະຫວັດດີການສັງຄົມ.

No comments:

Post a Comment