Ad

Ad

27 October 2015

ຜົນກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2015.

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນຕຸລາ 2015 , ໄດ້ໄຂຂຶ້ນໃນລະຫວ່າງວັນທີ 22-23 ຕຸລາຜ່ານມານີ້ຢູ່ຫ້ອງວ່າການລັດຖະບານ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີທອງສິງ ທໍາມະວົງ. ກອງ​ປະຊຸມຄັ້ງນີ້, ຄະນະລັດຖະບານ,​ ໄດ້​ຄົ້ນຄວ້າ ​ແລະ ປະກອບ​ຄໍາ​ຄິດຄໍາ​ເຫັນຕໍ່ນະ​ໂຍບາຍ​ແຫ່ງ​ຊາດວ່າ​ດ້ວຍ​ການ​ປະຢັດ ​ແລະ ອະນຸ​ລັກພະລັງງານ​ຂອງ ສປປ ລາວ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທໍາ, ມີ​ປະສິດທິພາບ​,​ ປະສິດທິ​ຜົນ ແລະ ​ຍືນ​ຍົງ,ໂດຍຕິດ​ພັນ​ກັບ​ການຫລຸດຜ່ອນ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພິຈາລະນາຮັບຮອງດ້ານຫລັກການຕໍ່ການປັບປຸງ ແລະ ສ້າງໃໝ່ຮ່າງກົດໝາຍຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍເຄມີ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການປ້ອງກັນຊາດ, ປັບປຸງກົດໝາຍວ່າດ້ວຍຜັງເມືອງແລະ ກົດໝາຍວ່າດ້ວຍເຕັກໂນໂລຊີ, ສື່ສານຂໍ້ມູນຂ່າວສານ. ຕໍ່ກັບບົດ​ລາຍ​ງານ​ການ​ຈັດ​ຕັ້ງ​ປະຕິບັດສົນ​ທິສັນຍາ​ວ່າ​ດ້ວຍ​ການ​ລຶບລ້າງ​ທຸກ​ຮູ້​ແບບ​ການ​ຈໍາ​ແນ​ກຕໍ່​ແມ່ຍິງ​ໃນ​ ສປປ ລາວ
ກອງປະຊຸມໄດ້​ຕີລາຄາວ່າສົນທິສັນຍາດັ່ງກ່າວໄດ້ປະກອບສ່ວນ​ອັນ​ສໍາຄັນ​ໃນ​ການ​ຢັ້ງຢືນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າຂອງ​ລັດຖະບານລາວ​ຕໍ່​ການ​ປະຕິບັດ​​ລັດ​ພາຄີ​ຕໍ່ສົນທິສັນຍາ​ຊີ​ດໍ,ຖະ​ແຫລງການ ​ແລະ ​ແຜນ​ປະຕິບັດ​ງານ​ປັກ​ກິ່ງ,ເປົ້າໝາຍສະຫັດ​ສະວັດ​ເພື່ອ​ການ​ພັດທະນາ​,ໂດຍ​ສະ​ເພາະ​ຄໍາ​ສະ​ເໜີ​ແນະ​ນໍາ​ໃນ​ບົດ​ປະກອບ​ຄໍາ​ເຫັນ​ມ້ວນທ້າຍ​ຂອງ​ຄະນະ​ກໍາມະການຊີ​ດໍ​ສາກົນຕໍ່ບົດ​ລາຍ​ງານ​ແຫ່ງ​ຊາດສະບັບ​ປະ​ຈໍາ​ໄລຍະ 6 ​ແລະ 7 ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ​ຊີດໍ​ໃນ ສປປ ລາວ, ທັງ​ເປັນ​ການ​ຍົກ​ສູງ​ຖານະ​ບົດບາດ​ຂອງ ສປປ ລາວ ຢູ່​ໃນ​ເວທີ​ພາກ​ພື້ນ ​ແລະ ​ໃນ​ໂລກນໍາດ້ວຍ.

            ໃນຕອນ​ທ້າຍ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ​, ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບໃນ​ກອງປະຊຸມ​ຄັ້ງ​ນີ້, ລວມທັງ​ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນພະຈິກ 2015ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງເປັນຕົ້ນ:​​ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກປີ2015-2016 ​ເລກທີ277/ນຍ,ສູ້ຊົນການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍດ້ວຍວິທີການແລະມາດຕະການທີ່ຮັດກຸມເພື່ອຈຳກັດການຮົ່ວໄຫລແລະການຕົກເຮ່ຍເສຍຫາຍ, ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະຢັດແລະ ຕ້ານການຟູມເຟືອຍ, ໂດຍສະເພາະແມ່ນເຫັນວ່າອັນໃດຈຳເປັນແລະອັນໃດບໍ່ຈຳເປັນ​​ໃຫ້ຄົ້ນຄວ້າຄັກແນ່ແລະຄວນນຳໃຊ້ງົບປະມານຢ່າງປະຢັດ,ມີປະສິດທິຜົນແລະມີໝາກຜົນຕົວຈິງແທ້, ຂະນະດຽວກັນກໍຕ້ອງເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ, ສ້າງເງື່ອນໄຂໃຫ້ພະນັກງານ, ທະຫານ, ຕຳຫລວດຕ້ອງເຄົາລົບກົດໝາຍແລະປະຕິບັດກົດໝາຍຢ່າງເຂັ້ມງວດ, ບໍ່ສວຍ​​ໂອກາດ, ບໍ່ກັ່ນແກ້ງຕໍ່ລອງແລະກົດໜ່ວງຖ່ວງດຶງເພື່ອຜົນປະໂຫຍດສ່ວນຕົວແລະຕ້ອງລົງໂທດຕໍ່ຜູ້ກະທຳຜິດ, ໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ດີກວ່າເກົ່າແລະເຮັດທຸກສິ່ງທຸກຢ່າງເພື່ອຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນທ່ຽງ, ຮັບປະກັນໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳແລະມີຄວາມສະຫງົບປອດໄພແລະເນັ້ນໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ຊີ້ນຳທ້ອງຖິ່ນໃນການເກັບກ່ຽວຜົນຜະລິດລະດູນາປີໃຫ້​​ໄດ້ຮັບຜົນດີແລະກະກຽມການຜະລິດລະດູແລ້ງທີ່ຈະມາເຖິງນີ້ໃຫ້ດີກວ່າເກົ່າ.

No comments:

Post a Comment